ທີ່ປະເທດອິນເດຍ: ໄດ້ມີປະຊາຊົນຈຳນວນໜຶ່ງ ທ່າຂີ້ງົວ ແລະ ອາບນ້ຳຍ່ຽວງົວ ເພາະເຊື່ອວ່າຈະສາມາດຕ້ານໂຄວິດໄດ້

ທີ່ປະເທດອິນເດຍ: ໄດ້ມີປະຊາຊົນຈຳນວນໜຶ່ງ ທ່າຂີ້ງົວ ແລະ ອາບນ້ຳຍ່ຽວງົວ ເພາະເຊື່ອວ່າຈະສາມາດສ້າງເປັນພູມຄຸ້ມກັນຕ້ານໂຄວິດໄດ້ ແລະ ໄດ້ມີການສວດວິງວອນ ຫຼັງຈາກທີ່ທ່າຂີ້ງົວເທິງຮ່າງກາຍຂອງຕົນເອງ ເຊິ່ງເອີ້ນວ່າ: ການບຳບັດດ້ວຍຂີ້ງົວ ແລະ ຍັງບໍ່ພໍ, ພວກເຂົາຍັງເອົາໄປຖູເຮືອນເພາະເຊື່ອວ່າຈະຂ້າເຊື້ອໂລກໄດ້.

ສໍານັກຂ່າວ Reuters ລາຍງານວ່າ ການລະບາດຂອງເຊື້ອໂຄວິດ ຢູ່ປະເທດອິນເດຍ ໄດ້ສ້າງຄວາມເສຍຫາຍ ຢ່າງໜັກໜ່ວງ ໂດຍມີຜູ້ຕິດເຊື້ອ ຢູ່ປະເທດອິນເດຍ ສູງເຖິງ 22.6 ລ້ານຄົນ ແລະ ເສຍຊີວິດແລ້ວປະມານ 246.000 ຄົນ ແລະ ເກີດສະພາບຂາດແຄນຕຽງນອນ ຢູ່ໂຮງໝໍ ແລະ ຖັງອົກຊີ ຢ່າງໜັກໜ່ວງ.

ໃນເວລາດຽວກັນ ຢູ່ລັດ ຄຸດຊະລາດ ທາງພາກຕາເວັນຕົກຂອງປະເທດ ມີປະຊາຊົນ ບາງຈໍານວນ ທີ່ມີຄວາມເຊື່ອວ່າ ການນໍາເອົາມູນ ແລະ ຍ່ຽວງົວ ມາອາບ ຈະຊ່ວຍເພີ່ມພູມຄຸ້ມກັນໃຫ້ຮ່າງກາຍ ແລະ ສາມາດຕ້ານທານກັບການແຜ່ລະບາດໂຄວິດໄດ້. ເນື່ອງຈາກ ໃນສາດສະໜາ ຫິນດູ ມີຄວາມເຊື່ອວ່າ ງົວເປັນສິ່ງສັກສິດ ແຫ່ງສິ່ງມີຊີວິດ ແລະ ໂລກ ແລະ ເຄີຍມິພິທີ ນໍາເອົາມູນງົວ ມາທໍາຄວາມສະອາດ ແລະ ໃຊ້ໃນຫຼາຍພິທີກໍາ ມາຫຼາຍຮ້ອຍປີ ເພາະມີຄວາມເຊື່ອໃນການ ຮັກສາໂລກ ແລະ ຂ້າເຊື້ອ.

ຫຼ້າສຸດ, ທີມແພດ ແລະ ຜູ້ຊ່ຽວຊານ ຢູ່ປະເທດອິນເດຍ ໄດ້ອອກມາເຕືອນ ພ້ອມອະທິບາຍວ່າ ການຮັກສາ ຕາມຄວາມເຊື່ອແບບນີ້ ອາດ ບໍ່ປອດໄພ ແລະ ເຮັດໃຫ້ເກີດບັນຫາ ສຸກຂະພາບ ຫຼາຍຂຶ້ນຕື່ມ, ພ້ອມແຈ້ງວ່າ ຍັງບໍ່ທັນມີຫຼັກຖານ ທາງວິທະຍາສາດໃດ ທີ່ຢັ້ງຢືນວ່າ ມູນງົວ ສາມາດຕ້ານໂຄວິດໄດ້, ແລະ ອາດເຮັດໃຫ້ການແຜ່ເຊື້ອໂຄວິດ ຂະຫຍາຍອອກໄປຕື່ມ.

.

://www.reuters.com/world/india/indian-doctors-warn-against-cow-dung-covid-cure-2021-05-11/