ພົບຮັກ ທີ່ສູນກັກຕົວ ຕອນ Covid-19 ຍ້ອນ Covid ໃນມື້ນັ້ນ ຈຶ່ງໄດ້ແຕ່ງງານກັນໃນມື້ນີ້

ຂໍສະແດງຄວາມຍິນດີກັບທັງສອງດ້ວຍ, ເຫດການນີ້ສະແດງໃຫ້ເຫັນວ່າໃນວິກິດຍັງມີໂອກາດສະເໝີ ເຮັດໃຫ້ພົບຮັກແທ້ໄດ້ໃຊ້ຊີວິດຄູ່ຮ່ວມກັບຄົນຮັກ ຂອບໃຈເລື່ອງລາວຈາກ “ນີນ່າ ນີນ່າ” ຜູ້ໃຊ້ເຟສບຸກຊື່ “ນີນ່າ ນີນ່າ” ໄດ້ໂພສຮູບພາບ ພ້ອມຂໍ້ຄວາມລະບຸວ່າ “ຖ້າບໍ່ແມ່ນຍອ້ນໂຄວິດໃນມື້ນັ້ນ​ ເຮົາຄືຊີບໍ່ໄດ້ເປັນຜົວເມຍກັນໃນມື້ນີ້ຂອບໃຈຫລາຍໆເດີໂຄວິດ,

ໃຜຊີໄປຄິດວ່າຄົບກັນແຕ່ສອງເດືອນກັບສອງມື້ຊີໄດ້ແຕ່ງງານກັນເຄິຍເຫັນແຕ່ໃນເຟດບາດມາເຈີກັບໂຕເອງຄິດວ່າຝັນແຕ່ພໍນອນຕື່ນມາຜົວນອນຢູ່ຂາ້ງໆ​ ແຖມຝ້າຍມັດແຂນເຕັມໂອຍມັນຄືຄວາມຈີງ, ເຊິ່ງໄລຍະເວລາຄົບກັນແມ່ນ ເລີ່ມມາແຕ່ ວັນທີ 2 ມີນາ 2020 ແລະ ແຕ່ງງານໃນວັນທີ 31 ພຶດສະພາ 2020.”

ນັບເປັນເລື່ອງລາວດີໆທີ່ເກີດຂຶ້ນໃນໄລຍະທີ່ສະພາບການຂອງບ້ານເມືອງພົບວິກິດແບບນີ້ ແລະ ເຊື່ອວ່າ ເມື່ອທ່ານໃດໄດ້ອ່ານ ຫຼື ຮັບຮູ້ເລື່ອງລາວດັ່ງກ່າວງແລ້ວ ຕ້ອງຍິ້ມຕາມແນ່ນອນ, ໂດຍສາວໃຊ້ເຟສບຸກລາຍໜຶ່ງອອກມາໂພສພາບຄູ່ ພ້ອມບັນຍາຍການພົບຮັກກັບສາມີ ຈົນໄດ້ໝັ້ນໝາຍ ໃຊ້ຊີວິດຄູ່ຮ່ວມກັນ.

ທີ່ມາ : ນີນ່າ ນີນ່າ