ເປັນຫຍັງເງິນກີບລາວເຮົາຈຶ່ງອ່ອນຄ່າ ອ່ານເລີຍ!
ການອ່ອນຄ່າຂອງເງິນກີບ ເປັນຜົນດີຕໍ່ການສົ່ງອອກ, ແຕ່ກົງກັນຂ້າມພັດເປັນຜົນລົບ ຕໍ່ການນຳເຂົ້າ ເຊິ່ງການທີ່ເງິນກີບຈະອ່ອນຄ່າ ຫລື ແຂງຄ່າ ລ້ວນແຕ່ຂຶ້ນກັບ ຄວາມຕ້ອງການ ແລະ ການສະໜອງເງິນກີບພາຍໃນປະເທດ. ເມື່ອຄວາມຕ້ອງການ ໃຊ້ເງິນກີບຫລາຍຂຶ້ນ ຄ່າເງິນກີບກໍຈະແພງຂຶ້ນ ຫລື ແຂງຄ່າຂຶ້ນ, ເຊັ່ນດຽວກັບຄວາມຕ້ອງການ ໃຊ້ເງິນກີບໜ້ອຍລົງເມື່ອໃດ ກໍຈະເຮັດໃຫ້ຄ່າເງິນກີບຫລຸດລົງ ຫລື ອ່ອນຄ່າລົງເມື່ອນັ້ນ.

ທ່ານ ພູເພັດ ກ້ຽວພິລາວົງ ອາຈາສອນຢູ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດມະຫາ ວິທະຍາໄລແຫ່ງຊາດໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ສຳນັກຂ່າວສານປະເທດລາວໃນວັນທີ3 ມິຖຸນາ2020 ນີ້ວ່າ: ອີກປັດໄຈໜຶ່ງ ທີ່ເຮັດໃຫ້ເງິນກີບອ່ອນຄ່າ ສາເຫດໜຶ່ງກໍຍ້ອນການ ໃຊ້ເງິນຫລາຍສະກຸນ ໃນປະເທດ ເປັນຕົ້ນແມ່ນ ສະກຸນເງິນບາດ ແລະ ເງິນໂດລາສະຫະລັດ ຕໍ່ອັດຕາແລກປ່ຽນ ສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າ, ເຊິ່ງຖ້າບໍ່ເປັນໄປຕາມກົນໄກ ຕະຫລາດເທົ່າທີ່ຄວນ ແມ່ນຈະມີການເກນກິນກຳໄລເຊິ່ງການເກນກິນກຳໄລ່ນີ້ ແມ່ນບໍ່ແມ່ນທາງທະນາຄານ ທຸລະກິດທີ່ຈະເກນກິນກຳໄລ່ ແຕ່ແມ່ນພໍ່ຄ້າ-ແມ່ຄ້າລາຍຍ່ອຍຫລື ຮ້ານແລກປ່ຽນຕ່າງໆ ທີ່ມີຄວາມສາມາດໃນການຊື້ເງິນຕາ ຈຳນວນຫລວງຫລາຍ ແລະ ຂາຍເງິນຕາອອກ ໄດ້ຈຳນວນຫລວງຫລາຍ ເຮັດໃຫ້ມີການຜັນປ່ວນ ໃນອັດຕາແລກປ່ຽນຢູ່ພາຍນອກ ເຖິງແມ່ນວ່າລັດຖະບານ ຈະພະຍາຍາມຄວບຄຸມໄດ້ ແຕ່ກໍສາມາດ ຄວບຄຸມໄດ້ ພາຍໃນທະນາຄານທຸລະກິດເທົ່ານັ້ນ ແຕ່ສຳລັບຢູ່ນອກ ແມ່ນຄວບຄຸມໄດ້ຍາກ. ກົນໄກທີ່ຈະຊ່ວຍປັບອັດຕາ ແລກປ່ຽນໄດ້ຈຳນວນໃດໜຶ່ງ ແມ່ນຕ້ອງໃຫ້ໄປຕາມກົນໄກ ທາງດ້ານຕະຫລາດ ເທົ່າທີ່ຈະເປັນໄປໄດ້ ເພື່ອສ້າງຄວາມສາມາດ ໃນການແຂ່ງຂັນ ໃນລາວເຮົາໃນອານາຄົດ ເຖິງວ່າໃນແງ່ຂອງນັກເສດຖະສາດ ເບິ່ງແລ້ວວ່າ ອັດຕາແລກປ່ຽນໃນປັດຈຸບັນ ແມ່ນເງິນກີບອ່ອນຄ່າ ແຕ່ວ່າໃນຄວາມເປັນຈິງ ຂອງຕະຫລາດແທ້ໆ ເງິນກີບແມ່ນມີຄວາມ ອ່ອນຄ່າຫລາຍກວ່ານີ້.

ພ້ອມນີ້, ທ່ານ ພູເພັດ ກ້ຽວພິລາວົງ ຍັງໃຫ້ຮູ້ຕື່ມວ່າ: ການທີ່ທະນາຄານແຫ່ງ ສປປ ລາວ ໄດ້ພະ ຍາຍາມຄວບຄຸມ ທາງດ້ານອັດຕາແລກປ່ຽນ ໂດຍໃຫ້ມີອັດຕາອ້າງອີງ ໃນແຕ່ລະມື້ ຂະພະເຈົ້າຄິດວ່າ ຢາກໃຫ້ເປັນໄປຕາມກົນໄກຕະຫລາດ, ເຊິ່ງອັດຕາທີ່ວາງໄວ້ບາງ ເທື່ອມັນອາດຈະບໍ່ເໝາະສົມ ຕາມອັດຕາແລກ ປ່ຽນທີ່ແທ້ຈິງໃນທ້ອງຕະຫລາດ ອາດຈະກໍໃຫ້ເກີດການເກນກິນກຳໄລ ຫລື ມີການຜັນປ່ວນໃນອັດຕາແລກ ປ່ຽນຢູ່ພາຍນອກ.
ຂ່າວ ສົມຫວັງ
ພາບ: ຂັນໄຊ
ຂປລ