ອຸຕຸເຕືອນ 4-8 ມິຖຸນານີ້ ຝົນມາແທ້ ພາກກາງ ແລະ ໃຕ້ ກຽມຮັບມື

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ສະບັບເລກທີ 0655/ກອຕທ, ນະຄອນຫຼວງວຽງຈັນ ວັນທີ 2 ມິຖຸນາ 2020.

ດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້. ຈາກນັ້ນວັນທີ 4 -​8 ມິຖຸນາ 2020 ລົມມໍລະສຸມຕາເວັນຕົກສຽງໃຕ້ຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຂຶ້ນໃນແຕ່ລະພາກ ແລະ ຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ປານກາງ ແລະ ຕົກໜັກ ຕື່ມອີກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ພ້ອມດຽວກັນ, ກົມອຸຕຸນິຍົມ ແລະອຸທົກກະສາດ ຍັງມີຄຳເຕືອນ ໃນໄລຍະວັນທີ 4 ຫາ 8 ມິຖຸນາ 2020 ລົມມໍລະສຸມຕາເວັນຕົກສຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ເກີດມີ ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມແຮງ ທີ່ອາດຈະເກີດມີນ້ຳຖ້ວມຊູ ແລະ ດິນເຈື່ອນເກີດຂຶ້ນໄດ້.

ຂໍ້ມູນ: ກົມອຸຕຸນິຍົມ ແລະອຸທົກກະສາດ