ຂ່າວດ່ວນ! ລາວ ພົບຜູ້ຕິດເຊື້ອເພີ່ມໃໝ່ 37 ຄົນ ໃນມື້ນີ້

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວເມື່ອວັນທີ 8 ພຶດສະພາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 37 ຄົນ ໃນວັນທີ 8 ພຶດສະພາ 2021 ນີ້ ຈາກຜູ້ທີ່ເຂົ້າມາກວດຫາເຊື້ອຫຼາຍກວ່າ 1580 ຄົນໃນມື້ວັນທີ 7 ພຶດສະພາ 2021 ທີ່ຜ່ານມາ ຊຶ່ງຈໍານວນຜູ້ຕິດເຊື້ອເພີ່ມຂື້ນ 9 ຄົນຖ້າທຽບກັບຈໍານວນຜູ້ຕິດເຊື້ອເມື່ອວັນທີ 7 ພຶດສະພາ ທີ່ຜ່ານມາ.

ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ພົບໃໝ່ໃນມື້ນີ້ຢູ່ນະຄອນຫຼວງວຽງຈັນ 17 ຄົນ, ແຂວງຈໍາປາສັກ 3 ຄົນ, ບໍ່ແກ້ວ 12 ຄົນ, ສະຫວັນນະເຂດ 3 ຄົນ ແຂວງວຽງຈັນ 1 ຄົນ ແລະອຸດົມໄຊ 1 ຄົນ. ຮອດປັດຈຸບັນນີ້, ປະເທດລາວມີຜູ້ຕິດເຊື້ອສະສົມແລ້ວ 1.242 ຄົນ