ສວຍໃຊ້ໜ້າທີ່ໃນຍາມວິກິດ ເພື່ອເຄື່ອນໄຫວລັກລົດຈັກ

ໃນວັນທີ 30 ເມສາ ເວລາ 10ໂມງ 00ນາທີ ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ:

ຜູ້ກ່ຽວໄດ້ຈອດລົດຢູ່ຂອບເຂດໂຮງໝໍມະໂຫສົດແລ້ວເຂົ້າໄປຢ້ຽມຄົນເຈັບພໍເວລາກັບອອກມາລົດຜູ້ກ່ຽວແມ່ນຖືກຄົນຮ້າຍລັກໄປ ເປັນລົດເວບ100 ສີແດງດຳ ເລກທະບຽນ ຍຫ 0246 ສະນັ້ນ ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ຜູ້ຊີ້ນຳວຽກງານຕຳຫຼວດ ປະສານສົມທົບກັບ ປກສ ກຸ່ມເພຍວັດ, ປກສ ກຸ່ມວັດນາກ ພ້ອມດ້ວຍອຳນາດການປົກຄອງບ້ານລົງເກັບກຳຂໍ້ມູນທາງດ້ານວິຊາສະເພາະຈຶ່ງສາມາດກຳນົດເປົ້າໝາຍສົງໃສໄດ້

ຮອດເວລາ 11ໂມງ 30ນາທີ ຂອງວັນທີ 1 ພຶດສະພາ 2021 ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ທ້າວ ສົມລີ ອາຍຸ 26ປີ, ພະນັກງານທຳຄວາມສະອາດຢູ່ໂຮງໝໍມະໂຫສົດ, ພັກເຊົາຢູ່ບ້ານດອນກອຍ, ເມືອງສີສັດຕະນາກ, ນວ ພ້ອມຂອງກາງລົດຈັກ 03 ຄັນ, ມາທຳການສືບສວນ-ສອບສວນ.
ຜ່ານການສອບສວນຜູ້ກ່ຽວຮັບສາລະພາບວ່າ:

ເຄີຍເຄື່ອນໄຫວລັກລົດຈັກມາແລ້ວ 04 ຄັນ, ແລະ ໄດ້ຂາຍໄປແລ້ວ 01 ຄັນ, ນອກຈາກນັ້ຍັງໄດ້ໃຫ້ການວ່າເຄີຍຊື້-ຂາຍຊັບຜິດກົດໝາຍມາແລ້ວຫຼາຍຄັັ້ງ. ສ່ວນລົດ 03 ຄັນທີ່ເກັບກູ້ມາໄດ້ແມ່ນເຈົ້າໜ້າທີ່ໄດ້ເອົາມາເກັບຮັກສາເພື່ອຊອກຫາເຈົ້າຂອງລົດທີ່ແທ້ຈິງ ແລ້ວມອບຄືນ.

ຕາມການເກັບກຳສະພາບຂອງເຈົ້າໜ້າທີ່ຕຳຫຼວດຜ່ານມາເຫັນວ່າ: ບັນຫາກຸ່ມຄົນບໍ່ດີເຄື່ອນໄຫວລັກລົດຈັກເກີດຂຶ້ນ ເຊິ່ງສ່ວນຫຼາຍແມ່ນເກີດມາຈາກການຖືເບົາ, ບໍ່ມີສະຕິລະວັງຕົວປ້ອງກັນຕົນເອງ, ຈອດລົດຊະຊາຍທີ່ບໍ່ຮັບປະກັນຄວາມປອດໄພ, ສະນັ້ນ ເພື່ອປ້ອງກັນ ແລະ ສະກັດກັ້ນສະພາບຄົນຮ້າຍລັກລົດຈັກ ຢູ່ ນວ ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວນະຄອນຫຼວງວຽງຈັນ

ໃຫ້ເອົາໃຈໃສ່ຄຸ້ມຄອງຮັກສາລົດຈັກຂອງຕົນໃຫ້ດີ, ບໍ່ຈອດລົດຊະຊາຍບ່ອນທີ່ບໍ່ປອດໄພ ແລະ ຈົ່ງພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ພົບເຫັນການເຄື່ອນໄຫວທີ່ຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ທີ່ໃກ້ທ່ານ ຫຼື ລາຍງານມາເບີວອດແອັບ 020​28899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.