ດ່ວນ ຮອງເຈົ້າຄອງນະຄອນໄກສອນກ່າວ ທຸກພາກສ່ວນທີ່ມີສ່ວນຮ່ວມຈັດງານບຸນທີ່ບ້ານໂພນສິມຕ້ອງຖືກປະຕິບັດວິໄນແລະໃຫ້ຢຸດຕິການປະຕິບັດໜ້າທີ່.
ທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້າ ນະຄອນ ໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ໄດ້ອອກມາແຈ້ງຂ່າວຕໍ່ກັບເຫດການ ທີ່ເກີດຂຶ້ນຢູ່ບ້ານໂພນສິມ ນະຄອນ ໄກສອນ ພົມວິຫານ ຜ່ານລາຍການຄລີນິກທັນເຫດການວ່າ:
ເຫດການຈັດງານບຸນທີ່ເກີດຂຶ້ນ ໃນວັນທີ 2 ພຶດສະພາ 2021 ຢູ່ບ້ານໂພນສິມ ນະຄອນໄກສອນ ພົມວິຫານ ແມ່ນມີຄວາມຈິງ ຖືວ່າເປັນການລະເມີດຕໍ່ຄຳສັ່ງ
ແລະ ທຸກຄົນທີ່ມີສ່ວນຮ່ວມໃນການຈັດງານທຸກພາກສ່ວນ ຈະຕ້ອງຖືກປະຕິບັດວິໄນ ແລະ ໃຫ້ຢຸດຕິການປະຕິບັດໜ້າທີ່.
.