ນ້ຳຕາໄຫຼ ພາກັນຢູ່ບ້ານເດີ້ ໂຄວິດເລີ່ມແຜ່ໄປສູ່ກຸ່ມສ່ຽງແລ້ວ(ຜູ້ເຖົ້າ ແລະ ເດັກນ້ອຍ)

ລາຍລະອຽດຜູ້ຕິດເຊື້ອໂຄວິດ ຕາມການຖະແຫຼງຂ່າວຂອງຄະນະສະເພາະກິດວັນທີ 02/05/2021.
*ກຸ່ມສ່ຽງ:

ຜູ້ຕິດເຊື້ອທີ່ເປັນ ເດັກນ້ອຍຕ່ຳກວ່າ 5 ປີ ຈຳນວນ 6 ຄົນ (ນ້ອຍທີ່ສຸດອາຍຸ 2 ເດືອນ).

ຜູ້ສູງ ອາຍຸຫຼາຍກວ່າ 60 ປີ ຈຳນວນ 6 ຄົນ (90 ປີ 1 ຄົນ).

ຜູ້ຕິດເຊື້ອເປັນຄົນຕ່າງປະເທດ ຈຳນວນ 54 ຄົນ ຄື: 🇮🇳ອິນເດຍ 1, 🇰🇷ເກົາຫຼີ 3 ຄົນ, 🇨🇳ຈີນ 5 ຄົນ, 🇻🇳 ຫວຽດນາມ 45 ຄົນ.

ການລະບາດໃນນະຄອນຫຼວງວຽງຈັນ 2-3 ວັນຜ່ານມາ ແມ່ນຈຸ້ມຢູ່ເຂດບ້ານທາດຫຼວງ, ບ້ານນາໄຊ ແລະ ເຂດອ້ອມແອ້ມ.

ສະຖານທີ່ຜູ້ຕິດເຊື້ອເດີນທາງໄປເປັນສະຖານບັນເທິງຕ່າງໆ ແລະ ງານວັນເກີດຊ່ວງປີໃໝ່ຜ່ານມາ.

3 ໂຮງໝໍໃນນະຄອນຫຼວງແມ່ນເຕັມແລ້ວ. ຄົນເຈັບມີອາການເບົາບາງຈະຈັດໄປປິ່ນປົວຢູ່ໂຮງໝໍສະໜາມ.