ອ່ານແລ້ວເສົ້າໃຈ ຊື້ໄຂ່ມື້ລະໜ່ວຍໄປປັນລູກນ້ອຍກິນຕໍ່ມາຖືກຜົນກະທົບຈາກວິກິດໂຄວິດ

ລູກຄ້າຂາປະຈຳຊື້ໄຂ່ມື້ລະໜ່ວຍໄປປັນລູກນ້ອຍກີນຕໍ່ມາຖືກຜົນກະທົບຈາກວິກິດໂຄວິດ19ຜູ້ເປັນຜົວເຮັດວຽກຢູ່ບ່ອນສຸ່ມສ່ຽງຕ້ອງໄດ້ກັກໂຕ14ມື້ເລີຍຈຳເປັນໄດ້ປະໃຫ້ຜູ້ເປັນເມຍແລະລູກນ້ອຍຢູ່ຫ້ອງເຊົ່າຕາມລຳພັງແລະຫຼັງຈາກທີ່ຖືກວິກິດໂຄວິດ19

ກາບໍ່ຄ່ອຍເຫັນຜູ້ກ່ຽວອອກມາຊື້ໄຂ່ຈົນກະທັ້ງເຫັນເອື້ອຍທີ່ຢູ່ຫນ້າບ້ານມາຊື້ເກືອຊື້ນໍ້າປາສະອິວເລີຍຖາມວ່າຊື້ໄປໃຫ້ໃຜຫຼາຍແທ້ເອື້ອຍທີ່ຢູ່ຫນ້າບ້ານເລີຍຕອບວ່າຊື້ໄປໃຫ້3ແມ່ລູກຢູ່ຫ້ອງແຖວຫັນເດະກາເຈົ້າບໍ່ມີແນວຢູ່ແນວກີນເກືອກາບໍ່ມີກີນນໍ້າປາສະອິວກາບໍ່ມີຊິປຸງແຕ່ງອາຫານສູ່ລູກກີນມີແຕ່ຕົ້ມນໍ້າດື່ມລະລ້າໃສ່ເຂົ້າສູ່ລູກກີນແລະຫຼັງຈາກທີ່ໄດ້ຮູ້ແນວນັ້ນຂ້ອຍເລີຍເວົ້າສູ່ແມ່ຂ້ອຍຟັງແມ່ເລີຍເຮາະຫມີ່ເຮາະເຂົ້າໜົມລະກາໄຂ່ຢູ່ຮ້ານໃຫ້ລາວ

ພ້ອມເຄື່ອງຫຼີ້ນສຳລັບເດັກນ້ອຍໄປໃຫ້ລະບາດໄປເຫັນໃນຫ້ອງແລ້ວແຮງເປັນຕາອີ່ດູຕົນກ່ອນຫັ້ນກາຄືບໍ່ມີເຊື່ອປູນອນມີແຕ່ເອົາສີ້ນປູໃຫ້ລູກນອນຫມໍ້ແຫກແຕກກະໂປະກາບໍ່ຄ່ອຍເຫັນມີ(ແລະທີ່ພີ້ກໄປກວ່າຫັ້ນກາຄືສອງສາມມື້ກ່ອນທີ່ຂ້ອຍໄປເກັບແກ້ວເບຍຢູ່ຂ້າງຫ້ອງລາວມື້ນັ້ນສີ່ງທີ່ເຫັນກາຄືລູກຊາຍລາວຜູ້ນ້ອຍໆນັ້ນຄ່ອຍໆຢ່າງໄປເລຍກະແຕະປີ້ງທີ່ກາເຈົ້າປີ້ງປາໃສ່ລະເສດປາຕິດກະແຕະ)

ຢູ່ຫັນນະໂອ້ຍບັກຫຼ້າເອີ້ຍເດັກນ້ອຍເນາະກຳລັງຢາກກຳລັງກີນພໍ່ແມ່ພັດບໍ່ມີເງີນຊິຊື້ສູ່ກີນແຕ່ເຄື່ອງທີ່ໄດ້ເອົາໄປຊ່ວຍເຫຼືອເຈົ້າມື້ນິຫວັງວ່າຊິພໍກຸ້ມລູກເດີ້ເອື້ອຍສູ້ສູ້ຊີວິດຄົນເຮົາມັນເລືອກເກີດບໍ່ໄດ້ອີ່ຫຼີ😓

ສູ້ສູ້ເດີ້ເອື້ອຍ✌🏻✌🏻✌🏻

covid19 ເຮັດໃຫ້ຄົນທີ່ເຂົາຫາເຊົ້າກີນຄຳເຮັດໃຫ້ຄົນທີ່ເຂົາບໍ່ມີແຮງບໍ່ມີໄປຕື່ມອີກມືງເຮັດໃຫ້ເຂົາຕ້ອງລຳບາກ🤬