ເພດໝໍຈຳນວນຫລາຍ ຕ້ອງກາຍເປັນກຸ່ມສ່ຽງ ຍ້ອນຜູ້ມາກວດວ່າບໍ່ສະບາຍເປັນໄຂ້ທຳມະດາ ພົບວ່າຜູ້ກ່ຽວຕິດໂຄວິດ.

ຕອນນີ້ສະຫວັນນະເຂດເກິດເລື່ອງໃຫຍ່ຂື້ນ
ເພດໝໍຈຳນວນຫລາຍ ຢູ່ໃນຫລາຍຕືກຕ້ອງກາຍເປັນກຸ່ມສ່ຽງທີ່ຈະຕິດCovid-19 ຍ້ອນມີຄົນໄຂ້ຜູ້ມາກວດ

ວ່າບໍ່ສະບາຍເປັນໄຂ້ທຳມະດາ ບໍ່ໄດ້ເປັນກຸ່ມສ່ຽງ ບໍ່ໄດ້ບ່ອນທີ່ຄວາມສ່ຽງຕໍ່ການຕິດໂຄວິດ ແຕ່ໝໍ່ເຫັນອາການຜູ້ກ່ຽວຮຸນແຮງຂື້ນຫລາຍ ເລີຍກວດຫາໂຄວິດ ພົບວ່າຜູ້ກ່ຽວຕິດໂຄວິດ ໝໍສອບຖາມອີກຈື່ງບອກວ່າຜູ້ກ່ຽວເຄີຍໄປປາຕີໂຟມ ທີ່ບ້ານທ້າວຕື້ ຕຳຫລວດຄົນສະຫວັນ ທີ່ຕິດໂຄວິດ ຍ້ອນການພົວພັນກັບຄົນໄທ ແລະ ເອື້ອຍຮັກນາງຕີນ່າ

ປະຈຸບັນຄົນໄຂ້ຄົນອື່ນໆໃນຕຶກແມ່ນສຸ່ມສ່ຽງທີ່ສຸດ
ແລະເພດໝໍຫລາຍຄົນກໍ່ຕ້ອງກັກໂຕ ສະຖານະການແບບນີ້ຖ້າຂາດບຸກຄະລາກອນທາງການແພດ ແພດໝໍຕ້ອງກັກໂຕ ຫລືມາຕິດໂຄວິດເອງ ມັນຍິ່ງຈະເຮັດໃຫ້ສະຖານະການເລວລ້າຍລົງໄປຫລາຍກ່ວານີ້

ສະນັ້ນໃຜກໍ່ຕາມບໍ່ຄວນກະທຳແບບນີ້ເດັດຂາດ ມັນຈະສ້າງປັນຫາມະຫາສານກັບສັງຄົມ