ປະຫວັດການເດີນທາງ​65​ ຄົນ​ມີດັ່ງຕໍ່ໄປນີ້:

ກໍລະນີຢັ້ງຢືນທີ 95

ເພດ: ຊາຍ ອາຍຸ 29 ປີ , ອາຊີບ: ວັນທີ 15 ເມສາ 2021 : ໄດ້ໄປງານລ້ຽງຢູ່ໂພນທັນກັບໝູ່ສະໜິດ ທີ່ມີກໍລະນີທີ 61 ແລະ 59 ຮ່ວມນຳ ວັນທີ 16 ເມສາ 2021: ໄດ້ໄປຫຼິ້ນປີໃໝ່ຢູ່ສະພານທອງກັບໝູ່ສະໜິດ (ກໍລະນີ 95), ແລະ ກໍລະນີທີ 91ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງ ໝໍ ນະຄອນຫຼວງວຽງຈັນ

ກໍລະນີຢັ້ງຢືນທີ 96

ເພດຍິງ, ອາຍຸ 23 ປີ, ສັນຊາດລາວ, ອາຊີບ: ຂາຍເຄື່ອງຢູ່ຕະຫຼາດອົດຊີ

ບ້ານຢູ່ປະຈຸບັນ: ບ້ານ ໜອງແຕ່ງ, ມ. ສີໂຄດ, ນະຄອນຫລວງວຽງຈັນ

ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ

ສໍາຜັດກັບກໍລະນີທີ 59 ແລະ 61 ວັນທີ 15 ເມສາ

ປັດຈຸບັນມີອາການເຈັບຄໍ, ໄອແຫ້ງ, ເມື່ອຍ, ບໍ່ຢາກອາຫານ
ວັນທີ 15 ເມສາ 2021 : ໄດ້ໄປງານລ້ຽງຢູ່ໂພນທັນກັບໝູ່ສະໜິດ ທີ່ມີກໍລະນີທີ 61 ແລະ 59 ຮ່ວມນຳ
ວັນທີ 16 ເມສາ 2021 : ໄດ້ໄປຫຼິ້ນປີໃໝ່ຢູ່ສະພານທອງກັບໝູ່ສະໜິດ (ກໍລະນີ 95), ແລະ ກໍລະນີທີ 91
ວັນທີ 17-19 ເມສາ 2021: ໄປຂາຍເຄື່ອງຢູ່ຕະຫຼາດອົດຊີ ແຕ່ 4-9 ໂມງເຊົ້າ ແລ້ວກັບມາຢູ່ຫ້ອງ
ວັນທີ 20 ເມສາ 2021: ເລີ່ມມີອາການເຈັບຄໍ, ເມື່ອຍ ແລະ ມາກວດ

ກໍລະນີຢັ້ງຢືນທີ 98

ເພດຍິງ ອາຍຸ 24 ປີ, ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ, ສັນຊາດ: ລາວ, ອາຊີບ: ຄ້າຂາຍຂາຍເຄື່ອງຢູ່ໜ້າໂຮງຮຽນສີຖານ ແຕ່ລາວໄດ້ປິດຮ້ານແຕ່ຕົ້ນເດືອນ 4 ແລ້ວຈົນຮອດປະຈຸບັນ

ວັນທີ 8-11 ເມສາ 2021 : ໄປກິນເຂົ້າຢູ່ບ້ານພີ່ນ້ອງ ບ້ານໂນນແກ້ວ, ເມືອງສິໂຄດຕະບອງ, ໄດ້ກິນນຳກັນທັງໝົດປະມານ 10 ຄົນ

ວັນທີ 14 ເມສາ 2021: ໄດ້ອອກໄປກິນຊຸມກັບໝູ່ຢູ່ ບ້ານທາດຫຼວງ, ໄດ້ກິນນຳທັງໝົດປະມານ 30 ຄົນ

ວັນທີ 16 ເມສາ 2021: ຜູ້ກ່ງວໄດ້ໄປສັງສັນຢູ່ເຮືອນໝູ່ ບ້ານສະພານທອງ ເຊີ່ງເປັນເຮືອນຂອງກໍລະນີຢັ້ງຢືນ 91,​ ເມືອງສີສັດຕະນາກ ແລະ ໃນນັ້ນກໍລະນີຢັ້ງຢືນ 61 ມາຮວ່ມນໍາ ແລະ ຈຳນວນທີຮວ່ມສັງສັນປະມານ 30 ຄົນ

ວັນທີ 18 ເມສາ 2021: ຜູ້ກ່ງວໄດ້ໄປສັງສັນຢູ່ເຮືອນໝູ່ ບ້ານສະພານທອງ ເຊີ່ງເປັນເຮືອນຂອງກໍລະນີຢັ້ງຢືນ 91, ເມືອງສີສັດຕະນາກ ແລະ ກິນນຳກັນປະມານ 10 ຄົນ

ວັນທີ 19 ເມສາ 2021: ໄດ້ນອນພັກຜ່ອນຢູ່ບ້ານ ຈົນຮອດເວລາ 20:00 ໄດ້ໄປກີນຊີ້ນດາດກັບແຟນນຳກັນ 02 ຄົນຢູ່ຮ້ານກະແລ 2 ໂພນພະເນົາ

ວັນທີ 20 ເມສາ 2021: ໄດ້ມີອາການໃນຕອນເຊົ້າເວລາ 8:00 ມີອາການເຈັບຄໍ, ເມື່ອຍ ແລະ ຖອກທ້ອງ ແລະ ໄດ້ໄປກວດໃນວັນທີ່ 21 ເມສາ 2021

ກໍລະນີຢັ້ງຢືນທີ 102:

ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ຄ້າຂາຍ, ບ້ານໜອງດ້ວງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ

ສໍາຜັດ ກັບກໍລະນີທີ 061 ທີ່ຖືກຢັ້ງຢືນ ໃນວັນທີ 20/04/2021.
ວັນທີ 11 ເມສາ 2021

ເວລາ 24:00 ໂມງເຊົ້າ: ຜູ້ກ່ຽວ ໄດ້ໄປທ່ຽວຮ້ານ Bar and Karaoke 8118 ແລະ ເວລາ 1:45 ໂມງເຊົ້າ ຂອງວັນທີ 12 ເມສາ 2021 ມາຕໍ່ຢູ່ What Club ແລະ ເວລາ 2:00 ໂມງເຊົ້າ ມາຕໍ່ຢູ່ Victor ໃກ້ກັບ Diamond Karaoke ແລ້ວກັບບ້ານ
ວັນທີ 12-14 ເມສາ 2021

ເວລາ 18:00 ໂມງ: ຜູ້ກ່ຽວ ໄປບ້ານໝາກນາວ ຊຶ່ງເປັນເຮືອນຂອງສາມີ
ວັນທີ 15 ເມສາ 2021

ຜູ້ກ່ຽວ ໄດ້ໄປບ້ານຫົວຂົວ, ເມືອງນາຊາຍທອງ ເພື່ອສົມມາ ແມ່ຕູ້ ມີຄົນມາຮ່ວມງານ ປະມານ 20 ຄົນ ແລະ ກັບບ້ານ
ວັນທີ 17 ເມສາ 2021

ຜູ້ກ່ຽວຢູ່ບ້ານ ບໍ່ໄດ້ໄປໃສ ແລະ ເວລາ 20:00-24:00 ໂມງ ໄດ້ໄປ ຮ້ານ Bar and Karaoke 8118
ວັນທີ 19 ເມສາ 2021

ຜູ້ກ່ຽວ ໄດ້ໄປກິນກັບໝູ່ແຖວຮ້ານ ບໍ່ຈື່ ແລະ ຜູ້ກ່ຽວ ຈະໃຫ້ຂໍ້ມູນນໍາຫຼັງ
ວັນທີ 21 ເມສາ 2021

ເວລາ 13:30-14:00 ໂມງ: ຜູ້ກ່ຽວ ໄດ້ໄປສວນອາຫານມານາແມະ ຕັ້ງຢູ່ບ້ານດອນຕີ້ວ, ເມືອງໄຊທານີ ແລະ ຫຼັງຈາກນັ້ນ ກໍ່ກັບບ້ານ

ເວລາ 23:00 ໂມງ: ມາຊື້ໝູປີ້ງ ຢູ່ແຖວຕະຫລາດເຊົ້າ
ວັນທີ 22 ເມສາ 2021

ເວລາ 20:00 ໂມງ: ອອກບ້ານເພື່ອພາລູກໄປຫາທ່ານໝໍ LNC ແລະ ເວລາ 20:30 ໂມງ ຮອດເຮືອນທ່ານໝໍ ຢຸູ່ບ້ານສີໄຄ, ເມືອງສີໂຄດຕະບອງ ແລະ ແວ່ຢູ່ນໍ້າຂີງ ຢູ່ M-point ສາຂາບ້ານໜອງດ້ວງ ເພາະວ່າລູກຜູ້ກ່ຽວມີອາການໄຂ້ ແລະ ຄໍແດງ

ຜູ້ກ່ຽວ ໄດ້ມາເກັບຕົວຢ່າງ ຢູ່ຈຸກບໍລິການເຈົ້າອະນຸວົງ, ເມືອງສີໂດຕະບອງ

ກໍລະນີຢັ້ງຢືນທີ 103:

ເພດຊາຍ, ອາຍຸ 33 ປີ, ສັນຊາດ: ລາວ, ບ້ານດົງນາໂຊກໃຕ້, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ

ສໍາຜັດ ກັບກໍລະນີທີ 072 ທີ່ຖືກຢັ້ງຢືນ ໃນວັນທີ 20/04/2021.
ວັນທີ 12 ເມສາ 2021: ເວລາ 16:00-21:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດ່ານຊ້າງ, ເມືອງໄຊາທນີ ແລະ ມີຜູ້ກ່ຽວງານທັງໜົດ 10 ຄົນ
ວັນທີ 13 ເມສາ 2021: ເວລາ 17:00-21:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດ່ານຊ້າງ, ເມືອງໄຊາທນີ ແລະ ມີຜູ້ກ່ຽວງານທັງໝົດ 10 ຄົນ
ວັນທີ 14 ເມສາ 2021: ເວລາ 17:00-24:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດອນໜູນ, ເມືອງໄຊາທນີ
ວັນທີ 16 ເມສາ 2021: ເວລາ 12:00 ໂມງ: ຜູ້ກ່ຽວ ໄດ້ໄປສະໜາມຍິງປືນ ແລະ ຫຼັງຈາກນັ້ນ ກໍ່ກັບບ້ານ
ວັນທີ 17 ເມສາ 2021: ເວລາ 16:00-19:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດ່ານຊ້າງ, ເມືອງໄຊທານີ
ວັນທີ 21 ເມສາ 2021 : ຜູ້ກ່ຽວຢູ່ບ້ານ ບໍ່ໄດ້ໄປໃສ ແລະ ເກັບຕົວຢ່າງຈຸດບໍລິການ

ກໍລະນີຢັ້ງຢືນທີ 104 ແລະ 105:

ກໍລະນີ 104 (ເພດຊາຍ, ອາຍຸ 19 ປີ, ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງອນລາຍ, ບ້ານຫາດກຽງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ)

ກໍລະນີ 105 (ເພດຊາຍ, ອາຍຸ 33 ປີ, ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງອອນລາຍ, ບ້ານຫາດກ້ຽງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ)
ສໍາຜັດ ກັບກໍລະນີທີ 092 ທີ່ຖືກຢັ້ງຢືນ ໃນວັນທີ 20/04/2021 ທີ່ໄດ້ສໍາຜັດກັບກໍລະນີທີ່ 061

ມີອາການໄຂ້, ປວດຕາມຕົນ
ວັນທີ 12 ເມສາ 2021: ຜູ້ກ່ຽວທັງສອງ ໄດ້ເດີນທາງ ໄປກິນເຂົ້າຢູ່ບ້ານດອນໜູນ, ເມືອງໄຊທານີ
ວັນທີ 16 ເມສາ 2021: ເວລາ 15:30-18:00 ໂມງ: ຜູ້ກ່ຽວທັງສອງທັງສອງໄດ້ເດີນທາງໄປສະລອຍນໍ້າ ງານລ້ຽງປີໃໝ່ ປະມານ 07 ຄົນ ລວມທັງສອງຄົນ ຢູ່ບ້ານ
ໜອງໄຮ: ເມືອງຫາດຊາດຟອງ, ຫຼັງຈາກນັ້ນຝົນຕົກ ກໍ່ເດີນທາງກັບບ້ານ
ວັນທີ 18 ເມສາ 2021 : ຜູ້ກ່ຽວທັງສອງ ແມ່ນມີອາການໄຂ້, ປວດຕາມຕົນໂຕ ແລະ ມີແຕ່ຢາກນອນ ມີແຕ່ໄປຊື້ຢາມາກິນເອງ ແລະ ຜູ້ຂາຍກໍ່ໃສ່ຜ້າອັດປາກ ແລະ ດັງ
ວັນທີ 21 ເມສາ 2021 : ທັງສອງມາເກັບຕົວຢ່າງກວດ

ກໍລະນີຢັ້ງຢືນທີ 108
ພົວພັນກັບກໍລະນີທີ 61, ອາຊີບ: ຄ້າຂາຍ

ວັນທີ 13/4/2021: ໄປຫຼີ້ນມາລິນ້າ
ວັນທີ 14/4/2021: ໄປບ້ານໝູ່ຢູ່ທາດຫຼວງເພື່ອກິນລ້ຽງປີໃໝ່
ວັນທີ 15/4/2021: ໄປສົງພະຢູ່ວັດ ແລະ ໄປຫຼີ້ນວັງວຽງ ພັກຢູ່ໂຮງແຮມແກນວິວ
ວັນທີ 16/4/2021: ໄປຫຼວງພະບາງນໍາໝູ່ 2 ຄົນ ຂີ່ລົດສວ່ນຕົວໄປ, ໄປພັກຢູ່ບ້ານພັກແຕ່ບໍ່ຈື່ທີ່ຢູ່, ໄປຫຼີ້ນຢູ່ຊອຍພະລາດຊະວັງ ແລະ ໄປກິນອາຫານຢູ່ຕາມຮ້ານແຄມທາງ
ວັນທີ 17/4/2021: ຂີ່ລົດສ່ວນຕົວກັບບ້ານເກີນ
ວັນທີ 18-19/4/2021: ຢູ່ເຮືອນບໍ່ໄດ້ໄປໃສ, ຢູ່ເຮືອນນໍາກັນທັງໝົດມີ 4 ຄົນ
ວັນທີ 20/4/2021: ໄປກວດຢູ່ບຶງຂະຫຍອງ

ກໍລະນີຢັ້ງຢືນທີ 109

ພົວພັນກັບກໍລະນີທີ 59, ອາຊີບ: ນັກຮຽນ

ວັນທີ 17 ເມສາ 2021: ມີອາການ: ເຈັບຄໍ, ເຈັບເບົ້າຕາ, ແໜ້ນໜ້າເອິກ
ວັນທີ 15 ເມສາ 2021: ກໍລະນີທີ 59 ເປັນໝູ່ຂອງອ້າຍມາກິນເຂົ້າຢູ່ເຮືອນ
ວັນທີ 16 ເມສາ 2021: ໄປບ້ານອ້າຍຮັກ ກໍລະນີ 91
ວັນທີ 21 ເມສາ 2021: ໄປກວດວິເຄາະຢູ່ເດ່ີ່ນກິລາໃນຮົ່ມຢູ່ບຶງຂະຫຍອງ

❖ ກໍລະນີຢັ້ງຢືນທີ 110:

ອາຊີບ: ພະນັກງານສ້ອມແປງລົດ ຢູ່ອູ່ສ້ອມແປງສະພານທອງ

ພົວພັນກໍລະນີທີ 59

ວັນທີ 13 ເມສາ 2021 ພົວພັນກັບກໍລະນີທີ 59 ໄປຮ້ານມາລິນ້າຄລັບນຳກັນ 7
ຄົນ

ວັນທີ 14-15 ເມສາ 2021 ກັບບ້ານຢູ່ປາກງື່ມ ຢູ່ເຮືອນກັບນ້ອງສາວ

ວັນທີ 17 ເມສາ 2021 ຂຶ້ນມາວຽງ ມາເຮັດວຽກຢູ່ອູ່ສ້ອມແປງລົດ

ວັນທີ 20 ເມສາ 2021 ໄປກວດວິເຄາະຢູ່ເດີ່ນກິລາໃນຮົ່ມຢູ່ບຶງຂະຫຍອງ

ກໍລະນີຢັ້ງຢືນທີ 125:

ອາຊີບ:​ ຄ້າຂາຍ

ວັນທີ 19 ເມສາ 2021: ກິນເບຍນຳນ້ອງຮັກ, ນ້ອງຮັກໄປຮ້ານ WhatClub ແລະ ອ້າຍຮັກໄປກວດຕິດເຊື້ອໂຄວິດ

ວັນທີ 21 ເມສາ 2021: ໄຂ້, ປວດຕົນໂຕ

ກໍລະນີຢັ້ງຢືນທີ 126:

ທີ່ຢູ່: ບ້ານສີສະຫວາດ, ເມືອງຈັນທະບູລີ

❖ ກໍລະນີຢັ້ງຢືນທີ 131:

ທີ່ຢູ່: ບ້ານໂພນຕ້ອງ, ເມືອງຈັນທະບູລີ

ກໍລະນີຢັ້ງຢືນທີ 132:

ທີ່ຢູ່: ບ້ານສີສະຫວາດ, ເມືອງຈັນທະບູລີ,​ ອາຊີບ:​ ພະນັກງານ

ໄອແຫ້ງໄດ້ 3 ມື້

ວັນທີ 15 ເມສາ 2021: ກິນເຂົ້າປຸ້ນຢູ່ເຮືອນໝູ່

ວັນທີ 17 ເມສາ 2021: , ເດີນທາງໄປແຂວງວຽງຈັນ ໄປຫານ້ອງສາວ ດ້ວຍລົດສ່ວນຕົວ (ທັງໝົດ 5 ຄົນ ແລະ ລູກຮັກອີກຜູ້ໜຶ່ງ)

ວັນທີ 19 ເມສາ 2021: ເຂົ້າຫ້ອງການມັດແຂນ 30 ຄົນ

ວັນທີ 21 ເມສາ 2021: ໄປທະນາຄານການຄ້າຕຶກສາຂາແຄມຂອງ ແລະ ໄປໂຮງຮຽນມາລາສິນກັບລູກສາວ