ສາຍພັນໂຄວິດ ທີ່ກຳລັງລະບາດຢູ່ ສປປລາວ ແມ່ນສາຍພັນອັງກິດ ແຜ່ລະບາດໄວ້ກ່ອນເກົ່າ

ຄະນະສະເພາະກິດລາຍງານ ໃນວັນທີ 22 ເມສາ 2021 ໃຫ້ຮູ້ວ່າ ສາຍພັນໂຄວິດ ທີ່ກໍາລັງແຜ່ເຊື້ອ ຢູ່ ສປປ ລາວ ກວດສອບສາຍພັນແລ້ວ ພົບວ່າ ເປັນສາຍພັນອັງກິດ ຊຶ່ງເປັນສາຍພັນ ທີ່ມີການລະບາດ ໄວກ່ວາສາຍພັນເດີມ, ມີຄວາມຮຸນແຮງກ່ວາ ແລະ ສາມາດຂະຫຍາຍ ອອກເປັນວົງກ້ວາງ.

ຈຶ່ງຮຽກຮ້ອງ ໃຫ້ທົ່ວສັງຄົມຮ່ວມແຮງຮ່ວມໃຈ ຜ່ານຜ່າວິກິດນີ້ ແລະ ດໍາລົງຊີວິດແບບໃຫມ່ ນິວນໍມອລ (ການດໍາລົງຊີວິດແບບໃຫມ່ ທີ່ປອດໄພ), ໃສ່ຜ້າປິດປາກ, ຫມັ່ນລ້າງມື ເມື່ອອອກໄປນອກ, ແລະ ຢູ່ຫ່າງກັນ 2 ແມັດ.

.