ຈົ່ງມີສະຕິ ແລະ ບໍ່ຄວນປະໝາດ ຕໍ່ການຜ່ອນຜັນ ມາດຕະການປ້ອງກັນ ການຕິດເຊື້ອໂຄວິດ-19

ການຈັດຕັ້ງປະຕິບັດ ແຈ້ງການສະບັບໃໝ່ ຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ເລກທີ 597/ຫສນຍ ລົງວັນທີ 29 ພຶດສະພາ 2020 ຊຶ່ງແມ່ນການຜ່ອນຜັນ ໄລຍະທີ່ III ແມ່ນມີຄວາມສ່ຽງ ທີ່ຈະເກີດມີການລະບາດ ຂອງພະຍາດໂຄວິດ-19 ຮອບໃໝ່ຂຶ້ນມາ ເນື່ອງຈາກວ່າ ໄດ້ຜ່ອນຜັນຫລາຍ ມາດຕະການ ຢູ່ພາຍໃນປະເທດ ແລະ ໄດ້ອະນຸຍາດໃຫ້ແຮງງານ ຈາກຕ່າງປະເທດ ກັບຄືນເຂົ້າມາປະຕິບັດໜ້າທີ່ຢູ່ ສປປ ລາວ, ສະນັ້ນພວກເຮົາຕ້ອງມີສະຕິ ແລະ ບໍ່ຄວນປະໝາດເດັດຂາດ.

ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ກ່າວໃນວັນທີ 31 ພຶດສະພາ 2020 ນີ້ວ່າ: ເລີ່ມແຕ່ວັນທີ 2-30 ມິຖຸນາ 2020 ພວກເຮົາຈະໄດ້ພ້ອມກັນ ຈັດຕັ້ງປະຕິບັດ ແຈ້ງການສະບັບໃໝ່, ເຊິ່ງຫລາຍມາດຕະການ ໄດ້ມີການຜ່ອນ ຜັນລົງເປັນ ຕົ້ນແມ່ນ ໄດ້ເປີດໃຫ້ມີການໄປມາຫາສູ່ກັນ, ເປີດໂຮງຮຽນຄືນໃໝ່, ເປີດການບໍລິການ, ຫ້າງຮ້ານຄ້າຂາຍຕ່າງໆ ແລະ ອື່ນໆ.

ບັນຫາສຳຄັນ ຂໍໃຫ້ທຸກຄົນເຂົ້າໃຈວ່າ ການຜ່ອນຜັນມາດຕະການຕ່າງໆ ແມ່ນນະໂຍບາຍ ຂອງພັກ-ລັດຖະບານ ທີ່ເປັນຫ່ວງເປັນໄຍ ຕໍ່ຜົນກະທົບ ດ້ານຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນ ແລະ ດ້ານເສດຖະກິດ-ສັງຄົມ, ຊຶ່ງເປັນໂອກາດ ໃຫ້ພາກທຸລະກິດ ກໍໍຄື ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ກັບຄືນມາດຳ ເນີນຊີວິດແບບປົກກະຕິ ກໍຄື ດຳເນີນກິດຈະການ ໃຫ້ກັບຄືນມາສູ່ສະພາບ ເດີມເທື່ອລະກ້າວ, ຂໍໃຫ້ທຸກຄົນສ້າງຄວາມເຂົ້າໃຈ ຕໍ່ແຈ້ງການ ສະບັບໃໝ່ນີ້ ໃຫ້ມີຄວາມເປັນເອກະພາບ ແລະ ຮ່ວມແຮງຮ່ວມໃຈກັນປະຕິ ບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ຄຽງຄູ່ກັບການເປີດ ແລະ ການຜ່ອນຜັນມາດ ຕະການຕ່າງໆນີ້ ມັນແມ່ນການຮັບເອົາຄວາມສ່ຽງ ທີ່ຈະເກີດການລະບາດ ຂອງພະຍາດດັ່ງກ່າວ ຮອບໃໝ່ເຂົ້າມາ. ສະນັ້ນ, ເພື່ອປ້ອງກັນບໍ່ໃຫ້ເກີດ ມີການລະບາດຮອບໃໝ່ນີ້ ພວກເຮົາຕ້ອງໄດ້ມີຄວາມ ຮັບຜິດຊອບຮ່ວມກັນ ແລະ ເປັນເຈົ້າການປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອຢ່າງເຂັ້ມງວດ.

ເຖິງວ່າສະພາບການ ແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເຮົາ ກໍຄື ບັນດາປະເທດຕິດຈອດ ໄດ້ມີການຜ່ອນຄາຍ ແລະ ລົດຄວາມເຄັ່ງຕຶງ ລົງຫລາຍກໍຕາມ, ແຕ່ບາງປະເທດໃນອາຊຽນ ຍັງມີການແຜ່ເຊື້ອ, ການຕິດເຊື້ອປະຈໍາວັນສູງ. ຂະນະດຽວກັນ, ຍັງມີການລະບາດ ເປັນວົງກວ້າງຢູ່ທະວີບອາເມລິກາ ແລະ ທະວີບເອີຣົບ, ມີບາງປະເທດ ຈໍານວນຜູ້ຕິດເຊື້ອພຽງມື້ດຽວ ມີເຖິງ 33.274 ຄົນ ແລະ ບາງປະເທດ ເສຍຊີວິດເຖິງ 1.046 ຄົນຕໍ່ມື້.

ທ່ານຜູ້ປະຈຳການ ຄະນະສະເພາະກິດ ກ່າວຕື່ມວ່າ: ບົດຮຽນໃນໄລຍະຜ່ານມາ ກໍຍ້ອນວ່າມີການຮ່ວມມືເປັນຢ່າງດີ ຈາກພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ຈຶ່ງເຮັດໃຫ້ພວກເຮົາ ສາມາດຄວບຄຸມສະພາບ ການລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນປະເທດລາວ ໄວ້ໃນລະດັບຕໍ່າກວ່າໝູ່ ໃນປະເທດອາຊຽນ. ເຖິງແນວໃດກໍດີ, ຄະນະສະເພາະກິດ ກໍໄດ້ຮຽກຮ້ອງໃຫ້ໝົດທຸກຄົນ, ທຸກຂະແໜງ ການ ແລະ ທົ່ວສັງຄົມ ຈົ່ງສືບຕໍ່ຮ່ວມແຮງຮ່ວມໃຈ ກັນປະຕິບັດແຈ້ງການສະບັບໃໝ່ນີ້ ແລະ ຄຳແນະນຳຕ່າງໆ ຂອງຂະແໜງການກ່ຽວຂ້ອງ ດ້ວຍຄວາມຮັບຜິດຊອບສູງ.

ຂ່າວ: ສິງຄຳ ຂປລ