ທ່ານ ຫງວຽນ ຊວັນ ຟຸກ ໄດ້ຮັບເລືອກເປັນປະທານປະເທດຫວຽດນາມ

ຕາມຂ່າວສານຫວຽດນາມໃຫ້ຮູ້ວ່າ: ຕອນເຊົ້າວັນທີ 5 ເມສາ2021 , ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຊຸດທີ XIV ໄດ້ລົງຄະແນນສຽງເຫັນດີດ້ວຍອັດຕາ 97,5% ເລືອກຕັ້ງທ່ານ ຫງວຽນຊວັນຟຸກ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ພາຍຫຼັງພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ບົດຮຽນ, ປະສົບການຂອງບັນດາການນຳຊຸດກ່ອນ ແມ່ນພື້ນຖານອັນລ້ຳຄ່າເພື່ອໃຫ້ທ່ານສືບທອດ ແລະ ສູ້ຊົນປະຕິບັດໜ້າທີ່ສຳຄັນຂອງຕົນໃນຖານະເປັນປະທານປະເທດໃຫ້ເປັນຢ່າງດີ.

ທ່ານກ່າວວ່າ:“ຂ້າພະເຈົ້າຂໍໝັ້ນໝາຍຕໍ່ສະພາແຫ່ງຊາດ ແລະ ປະຊາຊົນທົ່ວປະເທດວ່າ ຈະສຸດຈິດສຸດໃຈ, ສຸມກຳລັງເຫື່ອແຮງຂອງຕົນ, ມີຄວາມຮັບຜິດຊອບ, ດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ, ປະຕິບັດໜ້າທີ່ ແລະ ສິດອຳນາດຂອງປະທານປະເທດຢ່າງຄົບຖ້ວນ; ສົມທົບກັບສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການສູງສຸດ, ແນວໂຮມປະເທດຊາດ ຫວຽດນາມ ຢ່າງແໜ້ນແຟ້ນ;

ຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ; ໃກ້ຊິດສະໜິດສະໜົມ, ຮັບຟັງ ແລະ ຮັບເອົາຄຳຄິດເຫັນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ; ພ້ອມທັງປາດຖະໜາວ່າ ຈະໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຂອງທັງລະບົບການເມືອງ, ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ປະຊາຊົນທີ່ຢູ່ຕ່າງປະເທດ ເພື່ອປະຕິບັດສຳເລັດໜ້າທີ່ສຳຄັນທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີທີ່ສຸດ”.

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກ, ດ້ວຍຄຸນນະທາດ ແລະ ພູມປັນຍາຂອງຊາວ ຫວຽດນາມ, ກຳລັງແຮງຂອງນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ການສະໜັບສະໜູນຂອງເພື່ອນມິດສາກົນ, ແນ່ນອນວ່າ ປະເທດ ຫວຽດນາມ ຈະຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ແລະ ຈະມີແຕ່ຄວາມສະຫງົບສຸກ, ປະຕິບັດບັນດາເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກໄດ້ວາງອອກຢ່າງມີໄຊ.