5 ຂໍ້ຫ້າມ ໃນການສະເຫຼີມສະຫຼອງປີໃໝ່ລາວ ປະຈຳປີ 2021 ຢູ່ນະຄອນຫຼວງວຽງຈັນ

ເພື່ອໃຫ້ບັນຍາກາດການສະເຫຼີມສະຫຼອງປີໃຫມ່ລາວ ໃຫ້ມີຄວາມເບີກບານມ່ວນຊື່ນ, ມີຄວາມສາມັກຄີ, ມີໄມຕີຈິດມິດຕະພາບຕໍ່ກັນ ຮັກສາໄດ້ວັດທະນະທຳ,ຮີດຄອງປະເພນີ, ຂະນົບທໍານຽມອັນດີງາມຂອງຊາດ,ຮັບປະກັນໄດຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ໃນສັງຄົມ

ໃຫ້ທຸກຄົນປະຕິບັດ 5 ຂໍ້ຫ້າມ ໃນການຫຼີ້ນບຸນປີໃໝ່ ຄື:

• ຫ້າມຜູ້ດື່ມທາດເຫຼົ້າ ແລະ ເສບສິ່ງມືນເມົາຂັບລົດ, ຜູ້ຂັບລົດບໍ່ໃຫ້ດື່ມທາດເຫຼົ້າ ແລະ ເສບສິ່ງມືນເມົາ (ດື່ມບໍ່ຂັບ-ຂັບບໍ່ດື່ມ).

• ຫ້າມໃຊ້ຂອງແຂງ, ສິ່ງເປິະເປື້ອນ ແລະ ລາມົກອານະຈານໃນງານ: ນ້ຳສີ, ນ້ຳເປື້ອນ, ນ້ຳຄັນ, ແກວ່ງຖົງນ້ຳ, ແກວ່ງນ້ຳກ້ອນໃສ່ກັນ, ນຸ່ງເຄື່ອງໂປ້, ເປືອຍ ເຂົ້າວັດ ແລະ ສະຖານທີ່ຊຸມຊົນ.

• ຫ້າມຕັນທາງການສັນຈອນຕາມເສັ້ນທາງ, ລັດລົດຫົດນ້ຳຢູ່ຕາມເສັ້ນທາງ.

• ຫ້າມຈັດງານຄອນເສີດ ໃນບ້ານ, ວັດວາອາຣາມ, ສະຖານທີ່ສາທາລະນະ, ຕາມຫາດແຄມນ້ຳຕ່າງໆ.

• ຫ້າມກໍ່ສຽງແຕກ ແລະ ໃຊ້ສຽງດັງ ເກີນຂອບເຂດ: ໝາກກະໂພກ, ເປີດສຽງດົນຕີເນືອງນັ້ນລົບກວນຜູ້ອື່ນ ກາຍສະຖານທີ່ຕົວເອງ ແລະ ກາຍກຳນົດເວລາ