ສປປ ລາວ ໄດ້ຮັບຢາວັກຊີນປ້ອງກັນພະຍາດໂຄວິດ-19​ ຈາກລັດຖະບານຈີນ 800.000 ໂດສ ແລະ ເຂັມສັກຢາ 803.​000 ອັນ

ພິທີມອບ-ຮັບ ຢາວັກແຊງປ້ອງກັນພະຍາດໂຄວິດ-19 ຈຳນວນ 800.000 ໂດສ ແລະ ເຂັມສັກຢາ 803.​000 ອັນ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ແລະ ກອງທັບປະຊາຊົນຈີນ ແຫ່ງ ສປ ຈີນ ໃຫ້ແກ່ ສປປ ລາວ ໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 31 ມີນາ 2021​ ທີ່ສະໜາມບິນສາກົນວັດໄຕ,​ ນະຄອນຫຼວງວຽງຈັນ

ຕ່າງໜ້າມອບໂດຍ ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕ່າງໜ້າລັດຖະບານລາວຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ,​

ມີ ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ,​ ມີບັນດາທ່ານລັດຖະມົນຕີ,​ ຮອງລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.

.

.

.

Cr: FM90