ມື້ດຽວ ສປປ ລາວ ເກີດແຜ່ນດິນໄຫວ 4ຄັ້ງ ແຮງສຸດ 4.5ຣິກເຕີ

ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 29 ມີນາ 2021 ເວລາ 8:20 ໂມງ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 4 ຄັ້ງ, ໃນບໍລິເວນ ພາກເໜືອ ຂອງປະເທດລາວ ລາຍລະອຽດຂອງການເກີດແຜ່ນດິນໄຫວຄື:

ໃນເວລາ 08:29:35 ໂມງ, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.447°N ແລະ ເສັ້ນແວງທີ່ 101.292°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຣິກເຕີ ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ສາລາ, ເມືອງ ໄຊສະຖານ ແຂວງ ໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງໄຊສະຖານ ປະມານ 11 ກິໂລແມັດ.

ໃນເວລາ 11:00:43 ໂມງ ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 18.815°N ແລະ ເສັ້ນແວງທີ່ 103.067°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,1 ຣິກເຕີ້ ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ຫໍ້ໃຕ້ ເມືອງ ເຈົ້າອະນຸວົງ, ແຂວງ ໄຊສົມບູນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ເຈົ້າອະນຸວົງ ປະມານ 10 ກິໂລແມັດ.

ໃນເວລາ 11:04:12 ໂມງ ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.079°N ແລະ ເສັ້ນແວງທີ່ 103.111°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.9 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ຫຼວງພັນໄຊ, ເມືອງອະນຸວົງ ແຂວງ ໄຊສົມບູນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງອະນຸວົງ ປະມານ 20 ກິໂລແມັດ.