ເຫຼືອເຊື່ອ ໜຸ່ມຟິລິບປິນ ມັກເຈັບແສບທີ່ໜ້າເອິກ ສຸດຊອ໋ກໄປກວດສຸຂະພາບມີມີດຢາວ 4 ນີ້ວສຽບຢູ່ຊ່ອງເອິກມານານເປັນປີ

ຂ່າວລາຍງານຈາກ Around the World ວ່າທ້າວ ໄຣອັນ ໂຕເມົາ ອາຍຸ 25 ປີ ໄປກວດສຸຂະພາບ ແລະ ເອັກສະເຣ ເພື່ອເຂົ້າສະໝັກວຽກໃນບໍລິສັດແຫ່ງໜື່ງໃນເມືອງ Agusan Del Sur ແຕ່ກໍ່ຕ້ອງສຽວສັນຫຼັງເມື່ອແພດບອກວ່າພົບອຸປະກອນປາຍແຫຼມຄ້າຍຄືມີດປັກຄາຢູ່ໃນເອິກຂອງລາວທີ່ໃກ້ກັບປອດຂ້າງໜື່ງ

ເຊີ່ງ ໄຣອັນ ໂຕເມົາ ໄດ້ໃຫ້ສຳພາດກັບສື່ວິທະຍຸທ້ອງຖີ່ນວ່າ ລາວຮູ້ສຶກເຈັບທີ່ໜ້າເອິກບາງຄັ້ງຄາວ ໂດຍສະເພາະໃນມື້ທີ່ມີອາກາດທີ່ໜາວເຢັນ ແຕ່ກະບໍ່ໄດ້ຄິດວ່າໂຕເອງເປັນໂລກຫຍັງ ແລະ ບໍ່ເຄີຍຄິດວ່າຈະມີມີດປັກຢູ່ພາຍໃນເອິກຂອງລາວ ແລະ ລາວຍັງບອກກັບແພດອີກວ່າ ລາວເຄີຍຖືກແກ໋ງໄວລຸ່ນໃຊ້ມີດແທງເຂົ້າທີ່ໜ້າເອິກ ເມື່ອເດືອນ ມັງກອນ ປີ 2020 ແລະ ຖືກນຳໂຕສົ່ງໂຮງໝໍໃນສະພາບບາດເຈັບສາຫັດ ແຕ່ສຸດທ້າຍໝໍກໍ່ຊ່ວຍຊີວິດເອົາໄວ້ໄດ້ ແລະ ສາມາດລອດຊີວິດມາໄດ້ ພ້ອມຍັງເຂົ້າໃຈມາຕະຫຼອດວ່າໝໍຄົງຈະກວດກະອຽດແລ້ວ ວ່າບໍ່ມີສີ່ງຜິດປົກກະຕິໃນຮ່າງກາຍຂອງລາວ

ຈື່ງອານຸຍາດໃຫ້ອອກໂຮງໝໍໄດ້
ແນວໃດກໍ່ຕາມລາວບໍ່ໄດ້ຄິດຈະຮ້ອງຟ້ອງເອົາຜິດກັບທ່ານໝໍຄົນດັ່ງກ່າວ ແລະ ຍັງປະຕິເສດບໍ່ບອກຊື່ໂຮງໝໍອີກດ້ວຍ ສີ່ງດຽວທີ່ລາວຕ້ອງການໃນຕອນນີກໍ່ຄືຮີບຟ້າວຜ່າຕັດເອົາມີດອອກຈາກຮ່າງກາຍລາວໃຫ້ໄວທີ່ສຸດ ເພື່ອຈະໄປສະໝັກງານໃນເມືອງໃດກໍ່ໄດ້
ບໍ່ຮູ້ວ່າ ໄຣອັນ ໂຕເມົາ ມີຂອງດີແມ່ນຫຍັງ ຈື່ງໄດ້ມີຊີວິດລອດມາໄດ້ຈົນມາຮອດທຸກມື້ນີ້

ກົດເບີ່ງຄຣິບ