ທໍາລາຍຢາສູບໄຟຟ້າ-ຊີຊ່າ (ບາລາກູ) ແລະ ປູມເປົ້າອັດແກັສ໌

ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບພະແນກອຸດສາຫະກໍາ-ການຄ້າ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ທໍາລາຍຢາສູບໄຟຟ້າ-ຊີຊ່າ (ບາລາກູ) ແລະ ປູມເປົ້າອັດແກັສ໌ຢູ່ສູນບໍາບັດຂີ້ເຫຍື້ອ ຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 12 ມີນາ 2021.

ໂດຍມີ ພັທ ປານີ ສຸດສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ໃນການທໍາລາຍຄັ້ງນີ້ ພັທ ປານີ ສຸດສະຫວັດ ໄດ້ໃຫ້ຮູ້ວ່າ:

ຕະຫຼອດໄລຍະຜ່ານມາ ເຈົ້າໜ້າທີ່ຕໍາຫຼວດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເຊິ່ງລ່າສຸດໃນວັນທີ 26 ມີນາ 2021 ໄດ້ລົງແກ້ໄຂການລັກລອບຈໍາໜ່າຍ ຢາສູບໄຟຟ້າ-ຊີຊ່າ (ບາລາກູ) ແລະ ປູມເປົ້າອັດແກັສ໌ ຢູ່ຮ້ານອາຫານແຫ່ງໜຶ່ງ ເຂດນໍ້າພຸ ພ້ອມທັງສຶກສາອົບຮົມເຈົ້າຂອງຮ້ານ ພ້ອມຢຶດມາເປັນຂອງກາງ ເຊິ່ງປະກອບມີ:

ອຸປະກອນບັ້ງສູບ, ນໍ້າຢາສູບໄຟຟ້າ ຈໍານວນ 29 ອັນ, ນໍ້າຢາພ້ອມຫົວສູບໄຟຟ້າ ຈໍານວນ 29 ອັນ, ບັ້ງສູບຢາສູບໄຟຟ້າ 10 ບັ້ງ ແລະ ຫົວຕໍ່ 1 ກັບນ້ອຍ, ບັ້ງແກັສ໌ທີ່ບັນຈຸສານໄນຕຣັດອອກໄຊ໌ ຈໍານວນ 2 ບັ້ງໃຫຍ່, ປູມເປົ້າສໍາລັບອັດແກັສ໌ 31 ໜ່ວຍ, ອຸປະກອນສູບຊີຊາ (ບາລາກູ) ຈໍານວນ 10 ຊຸດ, ບັ້ງສູບຊິຊ່າ ຈໍານວນ 13 ບັ້ງ ແລະ ເຫຍື່ອຊິຊ່າ 37 ປ໋ອງ.