ລົດເກ໋ງ-ກະບະໄທໄລ່ຕຳທ້າຍລົດຟໍຈູນເປັນເຫດໃຫ້ຫນຸ່ມລາວເສຍຊີວິດ(ມີຄລິບ)

ເຫດເກີດຢູ່ທີ່ ແຂວງອຸບົນລາດຊະທານີ ເມື່ອວັນທີ 18 ມີນາສື່ໄທໄດ້ລາຍງານວ່າ ໄດ້ມີກຸ່ມໄວໜຸ່ມຂັບລົດເກັ໋ງ ແລະ ກະບະໄລ່ຕາມລົດຟໍຈູນເນີເສຍຫຼັກລົດປີ້ນ ເຮັດໃຫ້ຄົນລາວທີ່ຢູ່ໃນລົດເສຍຊີວິດ.

ໂດຍລະບຸວ່າມີການໃຊ້ອາວຸດປືນ ແລະ ກ້ອນຫີນໃນການກໍ່ເຫດໃນພື້ນທີ່ ເມືອງເຂມຖານ ແຂວງອຸບົນລາດຊະທານີ
ຈົນເຮັດໃຫ້ ທ້າວ ໂຈ ບຸນສີສະຫວາດ ອາຍຸ 22 ປີ ເປັນຄົນແຂວງສະຫວັນນະເຂດ ລົດປີ້ນຈົນໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນຂະນະທີ່ກຳລັງສົ່ງໂຕໄປໂຮງໝໍ ໃນຊ່ວງເວລາ 00:30 ເຊົ້າວັນທີ 15 ມີນາ

ທ້າວ ນົບພົນ ອາຍຸ 32 ປີໝູ່ທ້າວໂຈ ເຊິ່ງຢູ່ໃນເຫດການເລົ່າວ່າ ກຸ່ມໝູ່ຂອງຕົນເອງທີ່ມີທ້າວໂຈຢູ່ນຳ ໄດ້ໄປຮ່ວມງານບວດໝູ່ຢູ່ໃນເມືອງ ຫຼັງຈາກແຍກຍ້າຍກັນຢູ່ງານບວດ ກໍໄດ້ມາຊຸມແຊວກິນດື່ມກັນຕໍ່ຢູ່ທີ່ຮ້ານບັນເທິງແຫ່ງໜຶ່ງ ໂດຍມີກຸ່ມຄູ່ກໍລະນີປະມານ 10 ຄົນນັ່ງຢູ່ໃນຮ້ານເຊັ່ນກັນ

ຕໍ່ມາເວລາ 23:00 ກຸ່ມຂອງຕົນກໍໄດ້ອອກມາຈາກຮ້ານ ແລະ ເກີດເຫດການໂຕ້ຖຽງກັນກັບຄູ່ກໍລະນີ ຍ້ອນເລື່ອງຜູ້ຍິງ.
ຫຼັງຈາກແຍກຍ້າຍກັນໄປແລ້ວ ຕົນເອງ ແລະ ທ້າວໂຈ ພ້ອມໝູ່ອີກຄົນໜຶ່ງເປັນ 3 ຄົນໄດ້ອອກໄປຊື້ເຄື່ອງຢູ່ທີ່ຮ້ານຂາຍເຄື່ອງ ຫຼັງຈາກກັບມາບໍລິເວນໃກ້ຄຽງກັບຮ້ານບັນເທິງດັ່ງກ່າວ ທ້າວໂຈກໍຍັງບໍ່ຍອມລົງຈາກລົດ ແລະ ບອກວ່າຂໍໂທລົມນຳແຟນກ່ອນ ຕົນເອງ ແລະ ໝູ່ເລີຍປ່ອຍໃຫ້ທ້າວໂຈຢູ່ຄົນດຽວໃນລົດ

ຜ່າໄປປະມານ 3 ນາທີກໍມີກະບະສີຂາວມາປະກົບຂ້າງລົດຂອງທ້າວໂຈ ແລະ ມີລົດເກັ໋ງໂຕໂຍຕ້າ MRS ສີດຳເຂົ້າມາປິດທ້າຍ ດ້ວຍຄວາມຢ້ານວ່າຈະຖືກທຳຮ້າຍ ທ້າວໂຈຈຶ່ງໄດ້ຖອຍລົດລົບໜີອອກຈາກຈຸດດັ່ງກ່າວ ເຮັດໃຫ້ລົດຖອຍໄປຕຳລົດເກັ໋ງໂຕໂຍຕ້າ MRS ທີ່ມາຈອດຢູ່ທ້າຍລົດໄດ້ຮັບຄວາມເສຍຫາຍ ແລະ ຈຶ່ງໄດ້ເກີດເຫດຂັບລົດໄລ່ກັນ ແລະ ເກີດເຫດດັ່ງກ່າວ

ພາຍຫຼັງຊາບວ່າຜູ້ຂັບລົດເກັ໋ງໂຕໂຍຕ້າ MRS ສີດຳ ມີຊື່ວ່າ ທ້າວ ມົນຕີ ສົມສູງ ອາຍຸ 29 ປີ
ຕອນນີ້ທາງຕຳຫຼວດໄທໃຫ້ຂໍ້ມູນວ່າ ກຳລັງຢູ່ໃນລະຫວ່າງການຮວບຮວມພະຍານຫຼັກຖານ ແລະ ອອກໝາຍເອີ້ນ ທ້າວມົນຕີ ມາສອບປາກຄຳ ແລະ ຮັບຊາບຂໍ້ກ່າວຫາຕໍ່ໄປ

ຄລິບຂ່າວ: