ເລີ່ມຮື້ມ້າງສິ່ງປຸກສ້າງຂວາງທາງນ້ຳຊອງ ອອກແລ້ວ

ອີງຕາມຂໍ້ຕົກລົງ ກິດຈະການ ຮ້ານອາຫານ ຮ້ານກິນດື່ມ ແລະ ຮ້ານຂາຍເຄື່ອງ ຢູ່ແຄມນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ ເລກທີ 581/ ຈມ.ວວ ແມ່ນຫ້າມຜູ້ປະກອບການ ເອົາຕູບ, ໂຕະ, ຕຽງ, ແລະ ສິ່ງກີດຂວາງຕ່າງໆ ລົງເກີນຂອບເຂດ ທີ່ກໍາໜົດໄວ້ ເພາະເປັນການຕັນທາງນໍ້າ,

ຕົກມາຮອດວັນທີ 16 ມີນາ ຄະນະສະເພາະກິດ ໄດ້ລົງໄປຮື້ຖອນ ເອົາສິ່ງປຸກສ້າງ ອອກຈາກທາງນໍ້າ ເພື່ອສ້າງຄວາມເປັນລະບຽບ ໃຫ້ສາຍນໍ້າຊອງ ທັງຍັງເປັນການຮັກສາ ທັດສະນີຍະພາບ ຂອງສາຍນໍ້າຊອງ ໃຫ້ມີຄວາມຈົບງາມ ແບະ ສະອາດງາມຕາ ຢູ່ຕະຫຼອດເວລາ

.

.

.

.