ລະດົມທຶນຊ່ວຍເຫຼືອປູກເຮືອນໃຫ້ຜູ້ທີ່ທຸກຍາກອະນາຖາ ຢູ່ 05 ເມືອງ ຂອງແຂວງຫຼວງນ້ຳທາ

ໂຄງການດັ່ງກ່າວແມ່ນໂຄງການທີ່ລະດົມທຶນຊ່ວຍເຫຼືອປຸກເຮືອນໃຫ້ຜູ້ທີ່ທຸກຍາກ ອະນາຖາ ຢູ່ 05 ເມືອງ ຂອງແຂວງຫຼວງນ້ຳທາ (ປະກອບມີ: ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ) ເນື່ອງຈາກສະພາບການເປັນຢູ່ ທີ່ພັກອາໄສຂອງພວກເຂົາເຈົ້າ ແມ່ນມີສະພາບທີ່ເກົ່າເປ່ເພ, ເປັນຕູບພື້ນດິນ, ມຸງດ້ວຍຫຍ້າຄາ, ຝາແອ້ມດ້ວຍຝາໄມ້ປ່ອງ, ເວລາມີຟ້າລົມຝົນຕົກຫຼັງຄາຮົ່ວເຮັດໃຫ້ເປື້ອນເປິະ ມີນ້ຳຝົນຮົ່ວຊຶມພື້ນດີນເປັນຂີ້ຕົມ ການດຳລົງຊີວິດແມ່ນມີຄວາມຫຍຸ້ງຍາກຫຼາຍ.

ການລະດົມທຶນຊ່ວຍເຫຼືອໃນຄັ້ງນີ້ ແມ່ນໄດ້ເກັບກຳຂໍ້ມູນຄອບຄົວທີ່ທຸກຍາກຂອງແຕ່ລະເມືອງ ພາຍໃນແຂວງຫຼວງນ້ຳທາ ເຊິ່ງເຫັນວ່າມີຫຼາຍຄອບຄົວທີ່ຍັງທຸກຍາກຫຼາຍສົມຄວນ ລວມທັງໝົດແມ່ນ 40 ຫຼັງ ຢູ່ໃນ 05 ເມືອງ. ດ້ວຍເຫດນີ້, ອົງການກາແດງ ແຂວງຫຼວງນໍ້າທາ ໃນນາມເຈົ້າຂອງໂຄງການ ຈຶ່ງໄດ້ລະດົມທຶນຈາກສັງຄົມ ເພື່ອນໍາໄປປຸກເຮືອນໃຫ້ຜູ້ທີ່ທຸກຍາກອະນາຖາ ເຊິ່ງມີຂະໜາດແຕ່ລະຫຼັງ 4*6 ແມັດ ລວມມູນຄ່າການກໍ່ສ້າງທັງໝົດແມ່ນ 88.000.000 ກີບ ຫຼື 2.200.000 ກີບ/ຫຼັງ ເປັນຄ່າໃຊ້ຈ່າຍໃນການຊື້ວັດສະດຸ ແລະ ເຄື່ອງໃຊ້ຄົວເຮືອນ. ສໍາລັບໄມ້ ແລະ ແຮງງານ ແມ່ນອຳນາດການປົກຄອງບ້ານ ແລະ ຍາດຕິພີ່ນ້ອງເປັນຜູ້ຮັບຜິດຊອບຊ່ວຍ.

ດັ່ງນັ້ນ, ຈຶ່ງໄດ້ຂໍຄວາມຊ່ວຍເຫຼືອມາຍັງທ່ານຜູ້ໃຈບຸນ ຈົງມີເມດຕາກາລຸນາ ສົມທົບທຶນບໍລິຈາກ ຊ່ວຍເຫຼືອເຂົ້າໃນການປຸກເຮືອນໃຫ້ກັບຜູ້ທີ່ທຸກຍາກອະນາຖາ ຈຳນວນທັງໝົດ 40 ຫຼັງ ໃຫ້ມີຄວາມແໜ້ນໜາຖາວອນ ແລະ ເພື່ອເປັນການຊ່ວຍເຫຼືອຜູ້ທຸກຍາກໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າດ້ວຍເທີ້ນ.

ເງິນທີ່ລະດົມຈາກການຊ່ວຍເຫຼືອໃນຄັ້ງນີ້ ແມ່ນຈະນຳໄປຊື້ວັດສະດຸ ແລະ ເຄື່ອງໃຊ້ຄົວເຮືອນ.

ເຈົ້າຂອງໂຄງການແມ່ນ: ອົງການກາແດງ ແຂວງຫຼວງນ້ຳທາ, ເບີໂທຕິດຕໍ່ 020 5955 3999.

ໄລຍະເວລາຂອງໂຄງການ: ວັນທີ 16/03/2021 ເຖິງວັນທີ 16/09/2021

#ລາຍລະອຽດ ແລະ ຊ່ອງທາງບໍລິຈາກ: https://www.oneheart.la/projects/luangnamtha_project2

ວິທີບໍລິຈາກ:

  1. Login ເຂົ້າ App BCEL One
  2. ເລືອກ OneHeart
  3. ເລືອກໂຄງການ
  4. ກົດປຸ່ມບໍລິຈາກ (ຢູ່ມູມຂວາເທິງສຸດ)
  5. ໃສ່ຈຳນວນເງິນທີ່ຕ້ອງການບໍລິຈາກ

.

BCELOneHeartຫົວໃຈດຽວກັນ