ແຈ້ງການດ່ວນ!..​ຫ້າມໄປຫາກິນຢູ່ເຂດປ່ານີ້ເດັດຂາດ

ວັນທີ 15 ມີນາ 2021 ນີ້ ເມືອງທ່າໂທມ ແຂວງໄຊສົມບູນອອກແຈ້ງການດ່ວນເລກທີ 169 /ຫວມ ທ່າໂທມລ, ະບຸເຖິງ: ພະນັກງານບັນດາຫ້ອງການ, ໜ່ວຍບໍລິການ, ລັດວິສະຫະກິດ, ອົງການປົກຄອງບ້ານ 26 ບ້ານ ແລະ ປະຊາຊົນໃນທົ່ວເມືອງທ່າໂທມ, ເລື່ອງ: ຫ້າມເຂົ້າໄປຊອກຢູ່ຫາກິນ ແລະ ທໍາການຜະລິດ ຢູ່ຈຸດຫວ່າງຄານ ຫຼັງຜາຕຸງ ຈົນເຖິງບໍລິເວນທົ່ງຫ້ວຍຫົກ, ທົ່ງກາງ, ທົ່ງຂີ້ມົດຈົນຮອດສົບແຈ.

– ອີງຕາມ ແຜນການເຄື່ອນໄຫວ ລາດຕະເວນຂອງກອງບັນຊາການທະຫານແຂວງ ໄຊສົມບູນ ແລະ ກອງບັນຊາການທະຫານເມືອງທ່າໂທມ ແລະ ທິດຊີ້ນໍາຂອງທ່ານເຈົ້າເມືອງ ຄັ້ງວັນທີ 14 ມີນາ 2021. ຫ້າມບຸກຄົນໃດ ຫຼື ປະຊາຊົນຜູ້ໃດເຂົ້າໄປຊອກຢູ່ຫາກິນເຂດດັ່ງກ່າວ ບໍ່ວ່າແຕ່ກໍລະນີໃດໆກໍຕາມ ນັບຕັ້ງໄດ້ຮັບແຈ້ງການ ຈົນເຖິງວັນທີ 30 ມີນາ 2021, ເນື່ອງຈາກວ່າ ທາງກອງບັນຊາການທະຫານແຂວງໄຊສົມບູນ ແລະ ກອງບັນຊາການທະຫານເມືອງ ທ່າໂທມ

ຈະມີແຜນການເຄື່ອນໄຫວລາດຕະເວນ ແລະ ຊ້ອມຮົບຢູ່ຂອບເຂດບໍລິເວນດັ່ງກ່າວ, ສະນັ້ນ ຈຶ່ງຂໍແຈ້ງໃຫ້ບັນດາທ່ານຫົວຫນ້າຫ້ອງການ, ໜ່ວຍບໍລິການ, ລັດວິສະຫະກິດ ແລະ ອົງການປົກຄອງບ້ານ 26 ບ້ານເເຈ້ງໃຫ້ພະນັກງານຂອງຕົນ ແລະ ປະຊາຊົນພາຍໃນບ້ານຂອງຕົນ ໃຫ້ຮັບຊາບ ແລະ ຂໍຄວາມຮ່ວມມື້ເປັນເຈົ້າ ການໃນການຈັດຕັ້ງປະຕິບັດແທ້ໆ.

ຖ້າຫາກກໍລະນີ ມີຜູ້ຝ່າຝືນເຂົ້າໄປໃນຂອດເຂດດັ່ງກ່າວ ມີຫຍັງເກີດຂຶ້ນທາງການຈັດຕັ້ງຂອງເມືອງຈະບໍ່ຮັບຜິດຊອບໃດໆທັງສິ້ນ. ດັ່ງນັ້ນ, ຈິ່ງເເຈ້ງມາຍັງທ່ານຮັບຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.