ກະຊວງພະລັງງານ ແລະ ບໍ່ແຮ່ເຊີນຊວນໃຫ້ນັກທຸລະກິດ, ນັກລົງທຶນຂອງ ສປ. ຈີນ ມາລົງທຶນຢູ່ ສປປລາວ ຫຼາຍຂຶ້ນ

ກ່າວຄຳເຫັນຕໍ່ນັກຂ່າວເມື່ອບໍ່ດົນມານີ້, ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຊີນຊວນໃຫ້ນັກທຸລະກິດ, ນັກລົງທຶນຂອງ ສປ.ຈີນ ຈົ່ງໄດ້ຫັນມາລົງທຶນຢູ່ ສປປ ລາວ ໂດຍສະເພາະແມ່ນຢູ່ໃນ 2 ຂົງເຂດຄື: ພະລັງງານ ແລະ ບໍ່ແຮ່ ຊຶ່ງແມ່ນ 2 ຂົງເຂດທີ່ເປັນທ່າແຮງຂອງ ສປປ ລາວ. ເວົ້າສະເພາະ ສປປ ລາວ ມີທ່າແຮງການພັດທະນາພະລັງງານໄຟຟ້ານ້ຳຕົກ, ຖ່ານຫີນ, ພະລັງງານແສງຕາເວັນ, ພະລັງງານລົມ, ລະບົບສາຍສົ່ງເຊື່ອມຕໍ່ກັບບັນດາປະເທດພາກພື້ນແມ່ນໍ້າຂອງ ຊຶ່ງອາດຈະມາລົງທຶນໃນຮູບແບບລົງທຶນເອງ 100% ຫຼື ຮ່ວມທຶນກັບບໍລິສັດພາຍໃນ ສປປ ລາວ ບົນພື້ນຖານພວກເຮົາສືບຕໍ່ຢຶດໝັ້ນນະໂຍບາຍເປີດກວ້າງການພົວພັນ ແລະ ຮ່ວມມືກັນ ເພື່ອລົງທຶນໃນຫຼາຍຮູບແບບທີ່ມີຄຸນນະພາບ ແລະ ປະສິດທິຜົນເສດຖະກິດສູງ.

ທ່ານ ດາວວົງ ພອນແກ້ວ ກ່າວວ່າ: ສປປ ລາວ ແລະ ສປ ຈີນ ລ້ວນແຕ່ເປັນປະເທດສັງຄົມນິຍົມ ທີ່ນຳພາໂດຍພັກກອມມູນິດ, ມີອຸດົມການທີ່ສອດຄ່ອງກັນ, ມີອະນາຄົດຊາຕາກຳກ່ຽວພັນກັນ ແລະ ມີເສັ້ນທາງແຫ່ງການພັດທະນາທີ່ຄ້າຍຄຽງກັນ ຊຶ່ງແມ່ນພື້ນຖານດ້ານການເມືອງອັນສໍາຄັນ ໃນການພັດທະ ນາສາຍພົວພັນ ລາວ-ຈີນ. ສປ ຈີນ ໃນຖານະເປັນຄູ່ຮວ່ມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີຄື: ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດິ, ສະຫາຍທີ່ດີ ແລະ ຄູ່ຮວ່ມມືທີ່ດີ ໄດ້ຖືກຈັດເປັນອັນດັບທີ 1 ຈາກ 53 ປະເທດ ທີ່ລົງທຶນຢູ່ ສປປ ລາວ. ນອກນັ້ນ, ສປ ຈີນ ຍັງໃຫ້ການຊວ່ຍເຫຼືອແກ່ ສປປ ລາວ ໃນຫຼາຍໂຄງການ ໃນມູນຄ່າຫຼາຍຕື້ຢວນເຊັ່ນ: ໂຄງການກໍ່ສ້າງໂຮງໝໍມະໂຫສົດ, ໂຄງການປັບປຸງ ແລະ ຍົກລະດັບໄອຊີທີຂອງກະຊວງອຸດສາຫະກຳ ແລະ ການຄ້າ, ໂຄງການວິທະຍາໄລເຕັກນິກວິຊາຊີບທາງລົດໄຟ, ໂຄງການຮວ່ມມືເຕັກນິກສູນກາງພັກ ແລະ ໂຄງການກໍ່ສ້າງບ້ານຈັດສັນ ເພື່ອຊົດເຊີຍທີ່ດິນທີ່ຖືກຜົນກະທົບຈາກໂຄງການທາງລົດໄຟ.

ໃນດ້ານການພັດທະນາ ວຽກງານພະລັງງານ ແລະ ບໍ່ແຮ່, ສປປ ລາວ ແມ່ນຢຶດໝັ້ນຕາມແນວທາງປ່ຽນແປງໃໝ່ຂອງພັກ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດຕາມແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຕາມທິດພັດທະນາແບບເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຍືນຍົງ. ໃນປີ 2020 ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ປະກອບສ່ວນຕໍ່ລວມຍອດຜະລິດຕະພັນແຫ່ງຊາດສູງເຖິງ 16% ແລະ ຄາດວ່າ: ໃນປີ 2021 ຈະສາມາດເພີ້ມເປັນ 19%. ການພັດທະນາອຸດສາຫະກຳພະລັງງານໄຟຟ້າ ແມ່ນແນໃສ່ຮັບປະກັນການຜະລິດ ແລະ ສະໜອງກະແສໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການ ເພື່ອຊົມໃຊ້ຢູ່ພາຍໃນ, ຄຽງຄູ່ກັບການເພີ່ມທະວີການສົ່ງອອກໃຫ້ນັບມື້ຫຼາຍຂຶ້ນ. ມາຮອດປັດຈຸບັນ, ສາມາດສະໜອງໄຟຟ້າຮັບໃຊ້ແບບຖາວອນ 100% ຂອງເທດສະບານແຂວງ, ນະຄອນຫຼວງ,ເທດສະບານເມືອງ ແລະ ນະຄອນ 93% ຂອງຈຳນວນບ້ານ ແລະ 95% ຂອງຈຳນວນຄອບຄົວໃນທົ່ວປະເທດ.

ການລົງທຶນຂອງ ສປ ຈີນ ໃນຂົງເຂດພະລງັງານ ແລະ ບໍ່ແຮ່, ທ່ານ ດາວວົງ ພອນແກ້ວ ກ່າວຕື່ມວ່າ: ການມາລົງທຶນ ແລະ ເຄື່ອນໄຫວດຳເນີນທຸລະກິດຂອງນັກລົງທຶນ ແລະ ຜູ້ປະກອບການຂອງ ສປ.ຈີນ ຢູ່ ສປປ ລາວ ເວົ້າລວມແມ່ນຢູ່ໃນອັນດັບ1 ຂອງຜູ້ມາລົງທຶນຢູ່ ສປປ ລາວ ແລະ ປະກອບດ້ວຍຫຼາກຫຼາຍຂະແໜງການເຊັ່ນ: ຂົງເຂດປູກຝັງ, ລ້ຽງສັດ, ປ່າໄມ້, ພະລັງງານໄຟຟ້າ, ອຸດສາຫະກຳບໍ່ແຮ່, ການພັດທະນາດ້ານຄົມມະນາຄົມ-ຂົນສົ່ງ, ການຄ້າ, ການເງິນ-ການທະນາຄານ, ການທ່ອງທ່ຽວ ໂຮງແຮມ ແລະ ການບໍລິການ. ໃນຂົງເຂດການພັດທະນາດ້ານພະລັງງານຢູ່ ສປປ ລາວ, ຮອດທ້າຍປີ 2020 ໂຄງການເຂື່ອນໄຟຟ້າທີ່ບໍລິສັດຈີນ ລົງທຶນມີ 11 ໂຄງການ ລວມມີເຂື່ອນ 16 ແຫ່ງ, ມີກໍາລັງແຮງຕິດຕັ້ງ 2.256 MW, ໃນນັ້ນ ສ້າງສຳເລັດ 14 ແຫ່ງ ມີກຳລັງແຮງຕິດຕັ້ງ 1.886MW, ກວມເອົາ 44% ຂອງການສະໜອງໄຟຟ້າພາຍໃນປະເທດ. ໃນໄລຍະທີ່ຜ່ານມາ, ນັກລົງທຶນຈາກ ສປ.ຈີນ ໄດ້ເຂົ້າມາມີບົດບາດສຳຄັນໃນການຮ່ວມມືພັດທະນາວຽກງານພະລັງງານໄຟຟ້າ ທັງໃນຖານະເປັນຜູ້ສະໜອງທຶນ, ຜູ້ຮັບເໝົາ, ຜູ້ສະໜອງອຸປະກອນການຜະລິດໄຟຟ້າ, ຜູ້ດຳເນີນການສຶກສາອອກແບບ ແລະ ຄູ່ຮ່ວມທຸລະກິດ, ສາມາດຢືນຢັນໄດ້ວ່າ: ການຮ່ວມມື ລາວ-ຈີນ ເພື່ອພັດທະນາດ້ານພະລັງງານໄຟຟ້າຢູ່ລາວ ແມ່ນການຮ່ວມມືທີ່ດີ, ມີບໍລິມາດການລົງທຶນສູງ ແລະ ບັນດາໂຄງການພັດທະນາຕ່າງໆ ລ້ວນແຕ່ໄດ້ເອົາໃຈໃສ່ປະຕິບັດຕາມສັນຍາ, ກົດໝາຍ ແລະ ລະບຽບການຢ່າງຖືກຕ້ອງ ແລະ ໄດ້ຮັບຜົນດີ ອັນໄດ້ນໍາເອົາຜົນປະໂຫຍດມາສູ່ 2 ຝ່າຍ. ດ້ານວຽກງານທໍລະນີສາດ-ແຮ່ທາດ, ມາຮອດປັດຈຸບັນ, ມີນັກລົງທຶນຈາກ ສປຈີນ ທີ່ໄດ້ຮັບອະນຸມັດຈາກລັດຖະບານ ສປປ ລາວ ລົົງທຶນເຂົ້າໃນດ້ານທໍລະນີສາດ-ບໍ່ແຮ່ ຈຳນວນ 52 ບໍລິສັດ, ມີ 79 ກິດຈະການ. ໃນນີ້, ຊອກຄົ້ນມີ 11 ກິດຈະການ, ສຳຫຼວດມີ 40 ກິດຈະການ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກເບື້ອງຕົ້ນມີ 28 ກິດຈະການ. ຄຽງຄູ່ກັນນີ້, ລັດຖະບານ ສປປ ລາວ ໄດ້ອະນຸມັດໃຫ້ຜູ້ລົງທຶນຈາກ ສປ ຈີນ ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດມີຈຳນວນ 35 ບໍລິສັດ, ລວມມີ 67 ກິດຈະການ.

ສວ່ນດ້ານການຊ່ວຍເຫຼືອຂອງລັດຖະບານ ສປ ຈີນ ຢູ່ໃນຂົງເຂດການພັດທະນາວຽກງານພະລັງ ງານ ແລະ ບໍ່ແຮ່ ແມ່ນນອນໃນກອບ 4 ຕື້ຢວນ ຊຶ່ງແມ່ນແຫຼ່ງທຶນທີ່ມີຄວາມສຳຄັນ ແລະ ມີຄຸນປະ ໂຫຍດຫຼາຍ ໂດຍສະເພາະແມ່ນຢູ່ໃນກອບການພັດທະນາຊົນນະບົດຕາມແລວທາງລົດໄຟ, ໂຄງການຂະ ຫຍາຍໄຟຟ້າເຂົ້າສູ່ບ້ານໃນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ. ຄຽງຄູ່ກັນນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໄດ້ເຊັນສັນຍາຮ່ວມມືກັບກົມໃຫຍ່ສຳຫຼວດທໍລະນີສາດ-ບໍ່ແຮ່ ສປ ຈີນ ເພື່ອສືບຕໍ່ດຳເນີນການສຳຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຜນທີ່ທໍລະນີເຄມີ ໃນມາດຕາສ່ວນ 1: 200.000 ຢູ່ເຂດໃຕ້ຂອງແຂວງ ໄຊຍະບຸລີ ແລະ ເຂດທິດຕາເວັນຕົກຂອງແຂວງວຽງຈັນ ຊຶ່ງໄດ້ເລີ້ມຈັດຕັ້ງປະຕິບັດມາແຕ່ປີ 2017 ກໍແມ່ນໂຄງການທີ່ສຳຄັນ ແລະ ມີປະສິດທິຜົນສູງທີ່ລັດຖະບານ ສປ ຈີນ ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ.

ສປ ຈີນ ແມ່ນປະເທດທີ່ມີພື້ນຖານທີ່ເຂັ້ມແຂງທາງດ້ານເສດຖະກິດ, ມີທຶນຮອນ, ມີນັກເຕັກນິກ, ວິຊາການທີ່ຫຼວງຫຼາຍ ມີບົດຮຽນໃນການພັດທະນາ, ການດຳເນີນທຸລະກິດດ້ານຕ່າງໆທີ່ດີ ແລະ ມີປະສົບການໃນການພັດທະນາການລົງທຶນໃນຫຼາຍດ້ານ. ພິເສດ ດ້ວຍເງື່ອນໄຂ ແລະ ຄວາມພ້ອມດັ່ງກ່າວ, ຈຶ່ງຖືໂອກາດນີ້, ທ່ານ ດາວວົງ ພອນແກ້ວ ໄດ້ເຊີນຊວນໃຫ້ນັກທຸລະກິດ, ນັກລົງທຶນຂອງ ສປ ຈີນ ຈົ່ງໄດ້ຫັນມາລົງທຶນຢູ່ ສປປ ລາວ ໂດຍສະເພາະແມ່ນຢູ່ໃນ 2 ຂົງເຂດຄື: ພະລັງງານ ແລະ ບໍ່ແຮ່ ຊຶ່ງແມ່ນ 2 ຂົງເຂດທີ່ເປັນທ່າແຮງຂອງ ສປປ ລາວ. ເວົ້າສະເພາະ ສປປ ລາວ ມີທ່າແຮງການພັດທະນາພະລັງງານໄຟຟ້ານ້ຳຕົກ, ຖ່ານຫີນ, ພະລັງງານແສງຕາເວັນ, ພະລັງງານລົມ, ລະບົບສາຍສົ່ງເຊື່ອມຕໍ່ກັບບັນດາປະເທດພາກພື້ນແມ່ນໍ້າຂອງ ຊຶ່ງອາດຈະມາລົງທຶນໃນຮູບແບບລົງທຶນເອງ 100% ຫຼື ຮ່ວມທຶນກັບບໍລິສັດພາຍໃນ ສປປ ລາວ ບົນພື້ນຖານພວກເຮົາສືບຕໍ່ຢຶດໝັ້ນນະໂຍບາຍເປີດກວ້າງການພົວພັນ ແລະ ຮ່ວມມືກັນ ເພື່ອລົງທຶນໃນຫຼາຍຮູບແບບ ທີ່ມີຄຸນນະພາບ ແລະ ປະສິດທິຜົນເສດຖະກິດສູງ.

ມາຮອດປັດຈຸບັນ, ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ຢູ່ ສປປ ລາວ ແມ່ນຢຶດໝັ້ນຕາມແນວທາງປ່ຽນແປງໃໝ່ຂອງພັກ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕາມແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກ ຊຶ່ງໄດ້ກໍານົດອອກຢູ່ໃນມະຕິກອງປະຊຸມໃຫຍ່ແຕ່ລະຄັ້ງຂອງພັກ ໃນໄລຍະທີ່ຜ່ານມາ, ຈົນມາຮອດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ. ໃນພາກປະຕິບັດຕົວຈິງລັດຖະບານແຫ່ງ ສປປ ລາວ ໄດ້ຫັນແນວທາງ ແລະ ມະຕິຂອງພັກມາກຳນົດເປັນວິໄສທັດ, ເປັນແຜນຍຸດທະສາດ ພວກເຮົາໄດ້ດຳເນີນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ ທີ່ມີລັກສະນະເປັນລະບົບຄົບຊຸດ, ມີຜົນສໍາເລັດດ້ວຍບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ ແລະ ຕໍ່ເນື່ອງ.

ຜ່ານການພັດທະນາວຽກງານພະລັງງານໄຟຟ້າ ໃນໄລຍະທີ່ຜ່ານມາ ໂດຍສະເພາະ ແມ່ນໃນຊຸມປີແຫ່ງການຈັດຕັ້ງປະຕິບັດວິໄສທັດ ຮອດປີ 2030, ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄລຍະ 5 ປີ (2016-2020) ຊຶ່ງແມ່ນການຜັນຂະຫຍາຍທິດທາງ ແລະ ຈຸດໝາຍສູ້ຊົນໃນການພັດທະນາອຸດສາຫະກໍາພະລັງງານ ແລະ ບໍ່ແຮ່ ໂດຍກຳນົດເອົາການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າດ້ວຍການນໍາໃຊ້ແຫຼ່ງນໍ້າທໍາມະຊາດ ຊຶ່ງແມ່ນທ່າແຮງທີ່ສໍາຄັນຂອງປະເທດຊາດ, ແນໃສ່ຈັດສັນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຂອງຊາດໃຫ້ມີປະສິດທິຜົນສູງ, ຕາມທິດພັດທະນາແບບເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຍືນຍົງ. ໃນປີ 2020 ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ປະກອບສ່ວນຕໍ່ລວມຍອດຜະລິດຕະພັນແຫ່ງຊາດ ສູງເຖິງ 16% ແລະ ຄາດວ່າ: ໃນປີ 2021 ຈະສາມາດເພີ້ມເປັນ 19%. ການພັດທະນາອຸດສາຫະກຳພະລັງງານໄຟຟ້າ ແມ່ນແນໃສ່ຮັບປະກັນການຜະລິດ ແລະ ສະໜອງກະແສໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການ ເພື່ອຊົມໃຊ້ຢູ່ພາຍໃນຄຽງຄູ່ກັບການເພີ່ມທະວີການສົ່ງອອກໃຫ້ນັບມື້ຫຼາຍຂຶ້ນ.

ພາຍຫຼັງໄດ້ປະກາດໃຊ້ກົດໝາຍໄຟຟ້າໃນ ປີ 1997 ແລະ ພາຍຫຼັງມີນະໂຍບາຍດຶງດູດການລົງທຶນຕ່າງປະເທດເຮັດໃຫ້ມີນັກລົງທຶນຈາກຫຼາຍປະເທດເລີ້ມຫັນເຂົ້າມາລົງທຶນນັບທັງໃນຮູບແບບເອກະຊົນອິດສະຫຼະ (IPP) ອັນໄດ້ເຮັດໃຫ້ການພັດທະນາອຸດສາຫະກໍາພະລັງງານຢູ່ ສປປ ລາວ ຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ບາງໄລຍະກໍມີລັກສະນະກ້າວກະໂດດ.

ຜ່ານມາ ພວກເຮົາໄດ້ຖືການພັດທະນາໄຟຟ້າໄປສູ່ຊົນນະບົດ ເປັນວຽກງານບຸລິມະສິດ ໂດຍຕິດ ແໜ້ນກັບການກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ, ຕິດແໜ້ນກັບວຽກງານ 3 ສ້າງ ແລະ ຕິດແໜ້ນກັບການແກ້ໄຂຄວາມທຸກຍາກໃນປະຊາຊົນບັນດາເຜົ່າ ແລະ ຖືເອົາການສ້າງເງື່ອນໄຂໃຫ້ທຸກຄົນ, ທຸກຄອບຄົວ ໄດ້ເຂົ້າເຖິງການຊົມໃຊ້ກະແສໄຟຟ້າແບບຖາວອນເປັນບັນຫາໃຈກາງ. ມາຮອດປັດຈຸບັນນີ້, ພວກເຮົາສາມາດສະໜອງໄຟຟ້າຮັບໃຊ້ແບບຖາວອນ 100% ຂອງເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນ. 93 % ຂອງຈຳນວນບ້ານ ແລະ 95% ຂອງຈຳນວນຄອບຄົວໃນທົ່ວປະເທດ.

ດ້ານວຽກງານບໍ່ແຮ່ ກໍໄດ້ຮັບການພັດທະນາຢ່າງແຂງແຮງ ແລະ ໄດ້ຮັບຜົນສຳເລັດຢ່າງຕໍ່ເນື່ອງ. ນັບແຕ່ປີ 1990 ເປັນຕົ້ນມາ, ລັດຖະບານລາວ ໄດ້ເປີດກວ້າງ ໂດຍອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນແລະ ຕ່າງປະເທດ ສາມາດລົງທຶນເຂົ້າໃສ່ການພັດທະນາອຸດສາຫະກຳບໍ່ແຮ່ ຊຶ່ງມາຮອດປະຈຸບັນ, ໄດ້ອະນຸຍາດໃຫ້ບໍລິສັດລົງທຶນແລ້ວ 172 ບໍລິສັດ, ມີ 253 ກິດຈະການ. ໃນນີ້, ນັບທັງໂຄງການຂຸດຄົ້ນບໍ່ແຮ່ຂະໜາດໃຫຍ່ຄື: ໂຄງການບໍ່ຄຳທອງເຊໂປນ ແລະ ໂຄງການຄຳ-ທອງພູເບ້ຍ ຊຶ່ງແມ່ນໂຄງການຂຸດຄົ້ນ, ຜະລິດ ແລະ ສົ່ງອອກ: ຄຳປະສົມເງິນ, ທອງຝູ່ນ ແລະ ທອງແຜ່ນ ໄປຍັງຕ່າງປະເທດ.

ພວກເຮົາມີຄວາມເຊື່ອໝັ້ນວ່າ: ດ້ວຍທ່າແຮງ ແລະ ເງື່ອນໄຂຄວາມພ້ອມໃນທຸກດ້ານຂອງ ສປປ ລາວ ບວກກັບການສ້າງສະພາວະທີ່ເອື້ອອຳນວຍໃນການເປີດກວ້າງການພົວພັນ, ຮ່ວມມືໄດ້ດີ, ສ້າງກົນໄກການຮ່ວມມືໄປຕາມລວງດຽວກັນ, ບົນພື້ນຖານອີງໃສ່ຈຸດພິເສດຈຸດທີ່ຕັ້ງ ແລະ ສີສັນຂອງທັງ 2 ປະເທດ, ພວກເຮົາມີຄວາມສາມາດຂຸດຄົ້ນໄດ້ທ່າແຮງທາງດ້ານເສດຖະກິດ, ນຳເອົາຜົນປະໂຫຍດອັນສູງແລະ ກ້າວໄປເຖິງສ້າງຄວາມຮັ່ງມີ, ເຂັ້ມແຂງໃຫ້ສອງຝ່າຍກໍຄືທົ່ວຂົງເຂດ, ພາກພື້ນໃນອະນາຄົດ, ກ້າວໄປເຖິງສາມາດລົບລ້າງໄດ້ຄວາມຫຼຸດໂຕນກັນທາງດ້ານເສດຖະກິດ-ສັງຄົມ, ເຮັດໃຫ້ເກີດດຸນດ່ຽງກັນໃນທຸກດ້ານ. ຕີລາຄາໄດ້ວ່າ: ມິດຕະພາບ ແລະ ການຮວ່ມມືຮອບດ້ານ ລະຫວ່າງ ລາວ-ຈີນ, ຈີນ-ລາວ ໄດ້ກ້າວເຂົ້າສູ່ໄລຍະທີ່ມີຊີວິດຊີວາ ແລະ ສວຍສົດງົດງາມທີ່ສຸດໃນປະຫວັດສາດຂອງທັງສອງພັກ ແລະ ສອງປະເທດ ຊຶ່ງພັກ ປປ ລາວ ໄດ້ຢືນຢັນວ່າ: ພວກເຮົາສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີການພົວພັນຮວ່ມມືຮອບດ້ານກັບບັນດາເພື່ອນມິດຍຸດທະສາດສັງຄົມນິຍົມ, ຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮວ່ມມືພັດທະນາຮອບດ້ານກັບ ສປ ຈີນ. ຝ່າຍຈີນ ກໍ່ໄດ້ຢືນຢັນຄືນວ່າ: ການເພີ່ມທະວີ ແລະ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮວ່ມມືກັບພັກ ແລະ ລັດ ສປປ ລາວ ແມ່ນທິດທາງທີ່ເດັດຂາດບໍ່ປ່ຽນແປງຂອງພັກ ແລະ ລັດ ສປ ຈີນ.

ໜັງສືພິມປະຊາຊົນ