ໂຊກຮ້າຍໃນຄວາມໂຊກດີ ຂີ່ລົດຈັກຕຳລົດເສດຖີ ແຕ່ເສດຖີຊື້ລົດຈັກໃຫ້ຄັນໃຫມ່ເລີຍ

ຕອນເຊົ້າວັນທີ 8 ມີນາ 21 ບົນເສັ້ນທາງໄປວຽກ, ທ້າວ ຫງວຽນວັນຫຼົກ ເບກລົດຈັກກະທັນຫັນ ເລີຍດາດເອົາກັບລົດ Mercedes ຂອງ ທ່າວ ຕ່ວານ, ແທນທີ່ ທ້າວ ຫງວຽນວັນຫຼົກ ຈະຕ້ອງໄດ້ໃຊ້ແທນ ຫຼື ແປງລົດໃຫ້ເຈົ້າຂອງລົດ Mercedes ຄື ທ້າວ ຕ່ວານ ແຕ່ກັບກາຍເປັນວ່າ ທ້າວ ຫງວຽນວັນຫຼົກ ໄດ້ຮັບລົດຈັກຄັນໃໝ່ຈາກເຈົ້າ.

ຂອງລົດ Mercedes ອີກຊໍ້າ.ທ້າວ ຫຼົກ ໃຫ້ຮູ້ວ່າ: ລົດຈັກອີ່ຮ້າງ ຂອງເຂົານັ້ນ ເປັນທີ່ເພິ່ງພາອາໄສລ້ຽງຊີບທັງຄອບຄົວ. ທ້າວ ຫວຽນວັນຫຼົກ ມີອາຊີບ ຫາເຊົ້າກິນຄໍ່າ, ໃຜຕ້ອງການຫຍັງ, ຢາກໄດ້ຫຍັງກໍຕິດຕໍ່ຫາມາໃຫ້ ພໍມີລາຍໄດ້ຈູນເຈືອຄອບຄົວແຕ່ລະວັນ ແລະ ລ້ຽງລູກສາວອາຍຸ 15 ປີທີ່ກຳລັງຮຽນ. ສ່ວນຜູ້ເປັນເມຍກໍເຊັ່ນດຽວກັນ ວ່າ.

ແຕ່ໃຜຕ້ອງການຫຍັງ ຢາກໄດ້ຫຍັງກໍຊອກຫາມາໃຫ້ ພໍໄດ້ຕື່ມອີກໃສ່ກັບຜົວ.ເມື່ອເວົ້າເຖີງລູກສາວ, ທ້າວ ຫຼົກ ສະອື້ນຢູ່ໃນໃຈຊົ່ວໄລຍະໜຶ່ງ ແລ້ວຈຶ່ງເວົ້າຕໍ່ວ່າ: ລູກສາວບອກວ່າເທື່ອໜ້າພໍ່ມາຮັບລູກ ໃຫ້ພໍ່ຢູ່ໄກໆ ແລະ ຢູ່ບ່ອນລັບລີ້ ແດ່ຈັກໜ້ອຍ ໝູ່ເຂົາເຫັນໜ້າອາຍເຂົາ ເພາະລົດເຮົາເກົ່າຫຼາຍແລ້ວ. ເຂົາເປັນຄົນໄວລຸ່ນ ໜຸ່ມນ້ອຍ ໜ້າ.

ອາຍໝູ່ຄູ່ນັ້ນເປັນເລື່ອງທຳມະດາ.ທ້າວ ຫຼົກ ເລົ່າຕໍ່ວ່າ: ເມື່ອໄດ້ຮັບຂ່າວວ່າໃຫ້ໄປຮັບເອົາລົດ ຕົນເອງກໍຮູ້ສຶກດີໃຈຈົນນອນບໍ່ຫຼັບໝົດຄືນ ເພາະຈະໄດ້ລົດຄູ່ຊີບກັບຄືນມາ.ໃນຂະນະທີ່ເກີດເຫດນັ້ນ, ທ້າວ ຫຼົກໄດ້ລົງຈາກລົດມາຂໍໂທດເຈົ້າຂອງລົດ Mercedes , ຍັງບໍ່ພໍ ເຈົ້າຂອງລົດ Mercedes ໄດ້ໂທໃຫ້ຕຳຫຼວກມາເອົາລົດຈັກຂອງເຂົາໄປໄວ້ໃນຄ້າຍຕຳຫຼວດ. ສ່ວນເຈົ້າຂອງລົດ Mercedes ຊື່ ທ່າວ ຕ່ວານ ໄດ້ຊື້ລົດຈັກຄັນໃໝ່ໃຫ້ທ້າວ ຫວຽນວັນຫຼົກ ແລະ ຍັງແຍ້ມວ່າ ຖ້າຫາກຢາກເຮັດວຽກໄປຫາເຂົາຢູ່ບໍລິສັດກໍໄດ້.

ໃນທີ່ສຸດ ທ້າວ ຫງວຽນວັນຫຼົກ ກໍໄດ້ຮັບລົດຈັກຄັນໃໝ່ຈາກທ້າວ ຕ່ວານ ເຈົ້າຂອງລົດ Mercedes.ນີ້ຄືນໍ້າໃຈທີ່ສູງສົ່ງຂອງຄົນຮັ່ງມີທີ່ຫາຍາກໃນສັງຄົມ. ຖ້າທຸກຄົນຫາກຮູ້ ແລະ ເຫັນຄຸນຄ່າຂອງຄວາມເປັນຄົນ ສັງຄົມຄົງບໍ່ເກີດຄວາມວຸ້ນວາຍ ຫາຍຍານະ ແລະ ປ່າເຖື່ອນດັ່ງທີ່ພວກເຮົາເຄີຍເຫັນຜ່ານມາ. ທຸກຄົນຊ່ວຍເຫຼືອເກື້ອກູນຊຶ່ງກັນ ແລະ ກັນ ສັງຄົມຄົງເປັນສວນອຸດທິຍານ ປະດັບເອ້ໃຫ້ແກ່ຊີວິດຂອງທຸກຄົນ.