ແມງໄມ້ເຂົ້າຫູ ຄວນເຮັດແນວໃດ? ວິທີປະຖົມພະຍາບານເບື້ອງຕົ້ນແບບງ່າຍໆໃນຍາມສຸກເສີນ

ແມງໄມ້ເຂົ້າຫູອັນຕະລາຍບໍ່? ຄວນຕ້ອງເຮັດແນວໃດມາເບິ່ງວິທີປະຖົມພະຍາບານເບື້ອງຕົ້ນງ່າຍໆ ທີ່ທ່ານເຮັດໄດ້ເພື່ອຄວາມປອດໄພ.

ຫູເປັນອະໄວຍະວະທີ່ມີໜ້າທີ່ຫຼາຍຢ່າງໃນເວລາດຽວກັນ ທັງຮັບຄື້ນສຽງທີ່ມາຈາກພາຍນອກ ແລະ ແປງເປັນສັນຍານສົ່ງຕໍ່ໄປຫາສະໝອງອີກທັງຍັງຊ່ວຍຄວບຄຸມການຊົງຕົວໃນຂະນະທີ່ຮ່າງກາຍເຄື່ອນໄຫວ ຊຶ່ງຖ້າຫາກມີຫຍັງ

ເກີດຂຶ້ນໃນຫູກໍ່ອາດຈະສ່ຽງຕໍ່ການໄດ້ຮັບບາດເຈັບ ແລະເກີດການເຮັດວຽກຜິດປົກກະຕິ ເຊັ່ນເສຍການຊົງຕົວຫຼືຫູອື້ໂດຍສະເພາະແມງໄມ້ຕົວນ້ອຍຫາກເຂົ້າໄປໃນຫູກໍ່ອາດຈະນຳເອົາເຊື້ອໂລກເຂົ້າໄປດ້ວຍເຮັດໃຫ້ກີດຕິດເຊື້ອຕາມ

ມາໃນພາຍຫຼັງມື້ນີ້ເຮົາຈິ່ງຈະພາທຸກຄົນມາຮຽນຮູ້ວິທີປະຖົມພະຍາບານເບື້ອງຕົ້ນໃນກໍລະນີມີແມງໄມ້ເຂົ້າຫູ ເພື່ອທີ່ຈະໄດ້ຮັບມືກັບບັນຫານີ້ໄດ້ຢ່າງຖືກຕ້ອງທີ່ເກີດເຫດການສຸກເສີນ.

*ແມງໄມ້ເຂົ້າຫູອັນຕະລາຍບໍ່?

ໂດຍສະເພາະແມງໄມ້ ເພາະແມງໄມ້ທີ່ອາດຈະນຳເຊື້ອໂລກທີ່ກໍ່ໃຫ້ເກີດໂລກຫູອັກເສບ ຫຼືເຊື້ອລາໃນຊ່ອງຫູ ຖ້າຫາກເປັນເຫັບ ແລະ ໝັດໝາກໍ່ແຮງຈະເຮັດໃຫ້ອັນຕະລາຍເພີ່ມຂຶ້ນ ເພາະນໍ້າລາຍຂອງໝັດຈະກໍ່ໃຫ້ເກີດອາການຄັນຢ່າງຮຸ່ນແຮງ ສ່ວນເຫັບກໍ່ມີເຊື້ອແບກທີເຣຍເມື່ອເຂົ້າສູ່ກະແສເລືອດກໍ່ອາດຈະເຮັດໃຫ້ເກີດການຕິດເຊື້ອໃນກະເເສເລືອດທີ່ເປັນອັນຕະລາຍຕໍ່ສຸຂະພາບ.

*ແມງໄມ້ເຂົ້າຫູ ອາການເປັນແນວໃດ ແລະຮູ້ສຶກເປັນແນວໃດ?

ເມື່ອມີແມງໄມ້ເຂົ້າຫູແລ້ວອາການທີ່ສັງເກດໄດ້ຊັດເຈນກໍ່ຄືອາການປວດຫູແບບກະທັນຫັນ ແລະຈະຮູ້ສຶກຄືກັບວ່າມີບາງສິ່ງບາງຢ່າງຢູ່ໃນຫູ ຖ້າແມງໄມ້ຍັງບໍ່ຕາຍກໍ່ຮູ້ສຶກຄືກັບວ່າມີອັນໃດອັນໜຶ່ງຍ່າງ ຫຼືບິນຢູ່ໃນຫູ ເຮັດໃຫ້ເກີດຄວາມລຳຄານໄດ້ ທັງນີ້ຫາກເປັນແມງໄມ້ຕົວໃຫຍ່ກໍ່ອາດຈະເຮັດໃຫ້ຮູ້ສຶກແໜ້ນໆ ພາຍໃນຫູ ຫຼືເຮັດໃຫ້ຫູຕຶງໄປໃນຊົ່ວຂະນະ.

*ແມງໄມ້ເຂົ້າຫູ ປະຖົມພະຍາບານແນວໃດ?

ແມງໄມ້ທີ່ສາມາດເຂົ້າໄປໃນຫູໄດ້ນັ້ນ ມີຫຼາກຫຼາຍຊະນິດ ບໍ່ວ່າຈະເປັນແມງໄມ້ຕົວນ້ອຍ ເຊັ່ນ ມົດ, ຍຸງ, ແມງໝີ່, ແມງເມົ່າ, ແມງວັນ, ເຫັບ, ໝັດ ຫຼືລວມທັງແມງໄມ້ຕົວໃຫຍ່ ເຊັ່ນ ແມງຊາບເປັນຕົ້ນ ຊຶ່ງວິທີແກ້ໄຂບັນຫາແມງໄມ້ເຂົ້າຫູມີດັ່ງນີ້:

ຫາກມີແມງໄມ້ເຂົ້າຫູ ຄວນຟ້າວງ່ຽງຫົວເບື້ອງທີ່ມີແມງໄມ້ເຂົ້າໄປໃນຫູນັ້ນຂຶ້ນ ແລ້ວໃຊ້ເບບີ້ອອຍລ, ນໍ້າມັນໝາກກອກ, ນໍ້າມັນພືດ ຫຼືຢາຢອດຫູ ຄ່ອຍໆ ຢອດລົງໄປໃນຫູ ໂດຍດຶງໃບຫູໄປຫາເບື້ອງຫຼັງເພື່ອໃຫ້ຮູຫູຢູ່ໃນລວງ

ຕັ້ງສາກ ເພື່ອແມງໄມ້ສາມາດໜີຂຶ້ນ ຫຼືລອຍຂຶ້ນມາໄດ້ ຈາກນັ້ນຢູ່ໃນທ່າເກົ່າປະມານ 15-30 ນາທີ ເພື່ອໃຫ້ແມງໄມ້ທີ່ເຂົ້າໄປໃນຫູຕາຍ ແລະລອຍຂຶ້ນມາເອງ ທັງນີ້ຫາກແມງໄມ້ເຂົ້າໄປໃນຫູແລ້ວມີອາການເຈັບພາຍໃນຫູ ບໍ່ຄວນຢອດ

ນໍ້າມັນໃດໆລົງໄປ ເພາະອາດຈະເຮັດໃຫ້ອາການຍິ່ງຮຸນແຮງຂຶ້ນກວ່ານີ້ ອີກທັງຍັງບໍ່ຄວນໃຊ້ນິ້ວມື ຫຼືສິ່ງຂອງລົງໄປແກະ ຫຼືເຄ່ຍເພາະອາດຈະເຮັດໃຫ້ແມງໄມ້ລົງໄປເລິກກວ່າເກົ່າ ແລະ ອາດເປັນອັນຕະລາຍຕໍ່ແກ້ວຫູ ແລະຫູຊັ້ນກາງໄດ້.

ແນວໃດກໍ່ຕາມ ຫາກແມງໄມ້ທີ່ເຂົ້າຫູຕົວນ້ອຍ ເຊັ່ນ ແມງເມົ່າ, ແມງໝີ່ ຫຼືຍຸງ ຖ້າຍັງບໍ່ຕາຍກໍ່ສາມາດໃຊ້ວິທີໃຊ້ລໍ້ໃຫ້ອອກມາໄດ້ໂດຍນໍາໄຟສາຍສ່ອງເຂົ້າໄປໃນຫູຈັກໜ້ອຍໜຶ່ງ ແຕ່ວິທີນີ້ຈະຕ້ອງເຮັດໃນທີ່ມືດສະໜິດ ແລະບໍ່ມີແສງເຂົ້າເທົ່ານັ້ນ.

ທາງນີ້ຫາກເຮັດຕາມວິທີຂ້າງເທິງແລ້ວແມງໄມ້ບໍ່ອອກມາ ຫຼືມີອາການແຊກຊ້ອນແນວອື່ນ ເຊັ່ນ ອາການປວດຫູຢ່າງຮຸນແຮງ ມີເລືອດຫຼືນໍ້າໄຫຼອອກມາຈາກຫູ ຫູອື້ຈົນບໍ່ໄດ້ຍິນສຽງກໍ່ຄວນໄປຫາໝໍຜູ້ຊຽວຊານດ້ານຫູຄໍປາກດັງ ໃນທັນທີ ບໍ່ຕ້ອງປະໄວ້ດົນ ເພາະອາດເກີດການຕິດເຊື້ອຈົນເຮັດໃຫ້ອາການຮ້າຍແຮງຂຶ້ນ.

ແມງໄມ້ເຂົ້າຫູ ປ້ອງກັນໄດ້

ສ່ວນໃນເລື່ອງຂອງວິທີປ້ອງກັນ ວິທີທີ່ດີທີ່ສຸດກໍ່ຄືຫຼີກລ່ຽງຈາກບໍລິເວນທີ່ມີແມງໄມ້ຫຼາຍ ແຕ່ຖ້າຫາກຕ້ອງຢູ່ບໍລິເວນທີ່ມີແມງໄມ້ຫຼາຍເປັນເວລາດົນນານກໍ່ຄວນທີ່ຈະຊອກແນວມາຕັນຫູໄວ້ ຫາກບໍ່ມີກໍ່ໃຊ້ສຳລີມາອັດຕັນໄວ້

ແທນກໍ່ໄດ້ ເພື່ອປ້ອງກັນບໍ່ໃຫ້ແມງໄມ້ເຂົ້າຫູ ນອກຈາກນີ້ຍັງບໍ່ຄວນໃຫ້ໝາ ຫຼືສັດລ້ຽງຂຶ້ນມານອນເທິງຕຽງ ເພາະອາດຈະເຮັດໃຫ້ເຫັບ ແລະໝັດຕົກຢູ່ເທິງບ່ອນນອນແລະເຂົ້າຫູໄດ້. ບັນຫາເລື່ອງແມງໄມ້ເຂົ້າຫູ ເປັນສິ່ງທີ່ເກີດຂຶ້ນໄດ້ສະເໝີ ດັ່ງນັ້ນຈິ່ງຄວນລະມັດລະວັງ ແລະຢູ່ຫ່າງຈາກແຫຼ່ງທີ່ມີແມງໄມ້ຢູ່ເປັນຈໍານວນຫຼາຍຈະດີທີ່ສຸດ ແລະຄວນໝັ່ນທຳຄວາມສະອາດຫູຢູ່ສະເໝີ ເພາະຫູທີ່ເປື້ອນກໍ່ສາມາດດືງດູດແມງໄມ້ໄດ້ເຊັ່ນກັນ.