ຊົມເຊີຍ!!! ລັກເຂົ້າເມືອງແຕ່ສະເໜີຕໍ່ອຳນາດປົກຄອງ.

ຊົມເຊີຍບຸກຄົນເຂົ້າເມືອງບໍ່ຖືກຕ້ອງທີ່ມີສະຕິຕື່ນຕົວປະຕິບັດມາດຕະການຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ

ມີແຮງງານລາວຊື່ນາງ ນຸ້ຍ ອາຍຸ 30ປີ, ປະຊາຊົນ ບ້ານສິມມະໂນເໜືອ ເມືອງຫາດຊາຍຟອງ ນວ ໄດ້ຈ້າງເຮືອຄົນໄທຂີ່ສົ່ງຂ້າມຈາກປະເທດໄທມາຂຶ້ນທ່າແຄມຂອງເຂດບ້ານສິມມະໂນເໜືອ ເວລາ 17:00ໂມງ ຂອງວັນທີ 7 ມີນາ 2021

ຈາກນັ້ນໄປກັກຕົວຢູ່ຖຽງນາຂອງຕົນ ຈົນຮອດເວລາ 7:00ໂມງ ຂອງວັນທີ 08 ມີນາ 2021 ຜູ້ກ່ຽວຕື່ນຕົວມາແຈ້ງອຳນາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ ເພື່ອນຳຕົວໄປກັກກັນ ແລະ ກວດກາເຊື້ອຢູ່ສູນທີ່ທາງການກຳນົດ.

​ຕໍ່ກໍລະນີນີ້ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຊົມເຊີຍສະຕິຕື່ນຕົວຂອງນາງ ນຸ້ຍ ແລະ ຂໍຮຽກຮ້ອງພໍ່-ແມ່ ປະຊາຊົນຊາວນະຄອນຫຼວງວຽງຈັນ ຈົ່ງຊ່ວຍແນະນຳລູກຫຼານ, ຍາດພີ່ນ້ອງຂອງຕົນ ໃຫ້ເອົາແບບຢ່າງດັ່ງນາງ ນຸ້ຍ ປະຕິບັດ ນີ້ຖືວ່າເປັນຜູ້ຮັກບ້ານເກີດເມືອງນອນ,

ຮັກຄອບຄົວຕົນ ແລະ ຮັກປະຊາຊົນລາວດ້ວຍກັນ. ສະເໜີມາຍັງອຳນາດການປົກຄອງບ້ານ, ເຈົ້າໜ້າທີ່ທຸກລະດັບຈົ່ງໃຫ້ການຊ່ວຍເຫຼືອບຸນຄົນທີ່ຕື່ນຕົວ ແລະ ນຳໃຊ້ມາດຕະການຢ່າງເຂັ້ມງວດຕໍ່ຜູ້ຝ່າຝືນ, ບໍ່ຈິງໃຈປະຕິບັດມາດຕະການຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ທີ່ລັດຖະບານໄດ້ວາງອອກ.