ດ່ວນ !!! ສປປລາວ ພົບຜູ້ຕິດເຊື້ອໃໝ່ 2 ຄົນ

ວັນທີ 5 ມີນາ 2021 ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດໂຄວິດ-19 ລາຍງານໃຫ້ຮູ້ວ່າ: 1 ວັນຜ່ານມາ ລາວເຮົາໄດ້ເກັບຕົວຢ່າງມາກວດວິເຄາະ 726 ຄົນ, ໃນນັ້ນພົບຜູ້ຕິດເຊືອໃໝ່ 2 ຄົນ ຄື:

ຜູ້ຕິດເຊື້ອນ້ໍາເບີ 46 – ເພດຊາຍ, ອາຍຸ 28 ປີ, ອາຊີບ: ກໍາມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ – ບ້ານຢູ່ປະຈຸບັນ: ເມືອງນານ, ແຂວງຫຼວງພະບາງ

• ຜູ້ຕິດເຊື້ອນ້ໍາເບີ 47 – ເພດຊາຍ, ອາຍຸ 26 ປີ, ອາຊີບ: ກໍາມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ – ບ້ານຢູ່ປະຈຸບັນ: ເມືອງນານ, ແຂວງຫຼວງພະບາງ – ໃນວັນທີ 2 ມີນາ 2021 ພວກກ່ຽວທັງ 2 ຄົນ ໄດ້ເດີນທາງຈາກແຂວງປະທຸມທານີ ຫາ ແຂວງຫນອງຄາຍ ແລະ ມາຮອດ ສປປ ລາວ

ໃນວັນທີ 3 ມີນາ 2001, ຫຼັງຈາກນັ້ນ ພວກກ່ຽວ ໄດ້ຖືກນໍາສົ່ງເຂົ້າໄປຈໍາກັດບໍລິເວນ ຢູ່ສະຖານທີ່ ທີ່ຖືກກໍານົດໄວ້ ພ້ອມທັງ ໄດ້ເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-1) (ທັງ 2 ຄົນ ແມ່ນບໍ່ມີອາການສະແດງຫຍັງ). ໃນວັນທີ 4 ມີນາ 2011 ຜົນກວດຢັ້ງຢືນ ແມ່ນພົບເຊື້ອ COVID-19

ປະຈຸບັນ ພວກກ່ຽວໄດ້ເຂົ້າແຍກປ່ຽວ, ນອນຕິດຕາມ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກໍານົດໄວ້ ໃນນະຄອນຫຼວງ ວຽງຈັນ. ພວກເຮົາໄດ້ຕິດຕາມຜູ້ສໍາຜັດໃກ້ຊິດທັງຫມົດ 32 ຄົນ ແລະ ໄດ້ເກັບຕົວຢ່າງມາກວດ ບໍ່ພົບເຊື້ອ ຈຶ່ງໄດ້ໃຫ້ກັກຕົວຄົບ 14 ວັນ