ເກັ່ງຫຼາຍ..!!!ສາວແຊຣ໌ປະສົບການຊີວິດຄູ່ ເລີ່ມຕົ້ນຈາກສູນ ເລືອກບໍ່ຈັດງານແຕ່ງໃຫ່ຍໂຕ ຢຶດໝັ້ນໃນການຂາຍອອນລາຍຈົນປະສົບຜົນສຳເລັດ

ຜູ້ໃຊ້ເຟສບຸກຊື່ Thenar Malaithong  ໄດ້ໂພສວ່າ: ມາແຊປະສົບການ ຊີວິດຄູ່ ເຖິງບໍ່ໄດ້ຈັດງານແຕ່ງໃຫຍ່ໂຕ 3ເຖົ້າ4ແກ່ໄດ້ເງີນ10ລ້ານ ຄຳບາດໜື່ງ ໃຫ້ແມ່ ເປັນເງີນ ແມ່ສົ່ງຄຳຄືນໃຫ້ໄປສ້າງສາ ໄປຢູ່ນຳແມ່ຍ່າ ພໍ່ປູ່ແມ່ຍ່າ ກະບໍ່ຄອຍມັກເຮົາປານໃດ ບາງມື້ກະນັ່ງໄຫ້ຄົນດຽວ ແຕ່ແມ່ຂ້ອຍ ສອນໃຫ້ເອົາຄວາມດີສູ້ ຈົນເພີນຍອມຮັບ ເລີ້ມຫາເງີນ2ຜົວເມຍເຮັດທຸກຢ່າງ ເກັບເງີນຫລີ້ນຫວຍທ້ອນໄວ້ ມີເງີນ60-70ລ້ານກີບ ແຕ່ເລືອກທີຈະບໍ່ຈັດງານແຕ່ງໃຫ່ຍໂຕ ເລືອກຊື້ລົດຄັນໜືງ ໃຫ້ມີຕີນມີມື ເອົາລົດມາສົ່ງດ້ວງພ້າວຂາຍແຕ່ລະມື້ ຂາຍດ້ວງໄດ້ປີໜືງເຊົາຂາຍ ຜົວມາສີເຂົ້າຂາຍ ( ປູ່ຍ່າ ມີໂຮງສີເຂົ້າ ) ເກັບເງີນທ້ອນໄວ້ ມາຂາຍເຄືອງອອນລາຍ

ແລ້ວມາເລີ່ມທຸລະກິດໃຫມ່ ຕັດເສື້ອໄຫມລາວ ຂາຍເສື້ອໄຫມລາວສົ່ງໄປໄທ ເມຍຂາຍເຄືອງແຟຊັ້ນນຳເຂົ້າຈາກໄທ ເກັບເງີນທ້ອນໄວ້ໃສ່ຫວຍ ຫລີ້ນຫວຍ 20 ລ້ານ ຫາເງີນໄດ້ຫລາຍປີ ຫລີ້ນຫວຍ 50ລ້ານ ຫາຊ່ອຍກັນໄປເລື້ອຍໆ ຫລີ້ນຫວຍ 100ລ້ານ ໄດ້ມາເອົາມາສ້າງເຮືອນ

.

.

ທຸ້ມໃສ່ເຮືອນທຸກກີບ ທຸກບາດຈົນສຳເລັດເຮັດເຮືອນເບີດ 500ລ້ານກີບ

ບໍ່ໄດ້ອວດອົງ ແຕ່ສ້າງແຮງບັນດານໃຈ ໃຫ້ທຸກຄົນ ທີມີຄວາມຝັນ ທີ່ນັບຈາກ 0 ( ລູກຄຸນຫນູຫລົບໄປ ທີ່ເກີດມາມີພ້ອມທຸກຢ່າງ ) ເຖິງສິບໍ່ມີເງີນທອງ ທອງໜັ້ນ ເປັນແສນເປັນລ້ານ ເຖິງບໍ່ໄດ້ຈັດງານໂຕະຈີນໃຫ່ຍໂຕ ບໍ່ໄດ້ໃສ່ຊຸດໂກ້ຫລູຫລາ ກະບໍ່ສຳຄັນ ຍ້ອນເຮົາຮັກກັນ ດ້ວຍຫົວໃຈ

ຈັບມືກັນສ້າງໄປນຳກັນ ຄົບກັນໄດ້ 5 ປີ ຜົວມາຂໍໄດ້ 4 ປີແລ້ວ ຂໍຂອບໃຈທີເສຍເວລາມາຟັງ ເລື້ອງລາວຂອງ ຂ້າພະເຈົ້າ

.

.

.

.

( ແຕ່ຍັງມີຫລາຍໆຢ່າງ ເລົ່າ 3 ມື້ກາບໍ່ຫມົດ )