ເຄັດລັບງ່າຍໆຕາມຄວາມເຊື່ອວ່າ ຊ່ວຍເປີດໂຊກ, ດູດເງິນເຂົ້າບັນຊີ ເຂົ້າເຮືອນ ເຂົ້າກະເປົາ ດ້ວຍການ “ແຕ່ງຂັນ 5 ໃສ່ເຂົ້າຈ້າວ+ເຂົ້າໜ້ຽວ+ເງິນ”
ຈາກຜູ້ໃຊ້ເຟດບຸກ Seng Svsv ໄດ້ໂພສໄວ້ກ່ຽວກັບເລື່ອງເປີດໂຊກ ຮຽກຊັບສິນເຂົ້າມາ ຫາໂຕເຮົາ ໂດຍໄດ້ບອກເຄັດລັບໄວ້ວ່າ
ເກີດເປັນຄົນເກັ່ງ ຕ້ອງບວກເຮັງ (+ເຮັງ) ໃຫ້ໄດ້..

ເຄັດລັບງ່າຍໃນການ ເປີດໂຊກ+ເປີດໄຊ, ດູດເງິນເຂົ້າມາບັນຊີ ເຂົ້າເຮືອນ ເຂົ້າກະເປົາເງິນ ແຕ່ງຂັນ 5 ໃສ່ເຂົ້າຈ້າວ+ເຂົ້າໜ້ຽວ ແລະ ເງິນຕາມກຳລັງປັດໃຈທີ່ມີ. ( ເຂົ້າຈ້າວ ເງິນຄຳກຳແກ້ວ ໃຫ້ຈ້າວໆ ເຂົ້າມາ ແລະ ໃຫ້ໜ້ຽວແໜ້ນຄືເຂົ້າໜ້ຽວ, ເງິນຄຳໄຫຼເຂົ້າບໍຂາດສາຍ, ເຂົ້າຫຼາຍອອກໜ່ອຍ)

ແລ້ວອະທິຖານສິ່ງທີ່ຢາກໄດ້ ແລ້ວວ່າງໄວ້ຕູ້ເຊບ, ກະເປົາເງິນ, ບັນຊີເງິນຝາກ ແລະ ສິ່ງເກັບເງິນອື່ນ

ໃນມື້ ຫົກຄໍ່າ ຂຶ້ນ/ແຮມ ຂອງທຸກປີ ຊຶ່ງມີຄວາມໝາຍວ່າ: ລົງສະເພົາໄປຄ້າ. ຊຶ່ງເປັນໜຶ່ງໃນມື້ມຸງຄຸນ ກ່ຽວກັບ ສະເໜ່ໃນການຄ້າຂາຍ, ເຮັດທຸລະກິດ, ເປີດກິດຈະການ ຫ້າງ-ຮ້ານ, ການທ້ອນເງິນທອງ-ເກັບເງິນທອງ, ດຳເນິນວຽກງານແລ້ວນຳມາຊຶ່ງ ແກ້ວ ແຫວນ ເງິນ ທອງ, ຕໍາແໜ່ງເລື່ອນ-ເງິນເດືອນຂຶ້ນ.!

ຂຸນແຜນໂພນທັນ