ວັກຊີນຕ້ານ​ໂຄວິດ 3ແສນໂດສແຈກຢາຍທົ່ວສປປລາວແລ້ວ.

ໃນວັນທີ 2 ມີນາ 2021ນີ້, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມແນະນຳການແຈກຢາຍວັກຊີນຕ້ານພະຍາດໂຄວິດ-19 ທີ່ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ໃນຈຳນວນ 3 ແສນໂດສ ເຊິ່ງປັດຈຸບັນ ໄດ້ແຈກຢາຍໃຫ້ແຕ່ລະແຂວງໃນທົ່ວປະເທດແລ້ວ ແລະຈະໄດ້ມີການສັກໃຫ້ກັບກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງໃນການຈະຕິດພະຍາດດັ່ງ​ກ່າວເປັນ​ຕົ້ນ​ແມ່ນພະນັກງານແພດໝໍ, ຜູ້ທີ່ເຮັດວຽກໃກ້ຊິດກັບຄົນທີ່​ຕິດພະຍາດໂຄວິດ-19 ຢູ່ແຕ່ລະໂຮງໝໍ, ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນສາກົນຕ່າງໆ ແລະກຸ່ມຄົນທີ່ເຮັດວຽກຢູ່ສູນຈໍາກັດບໍລິເວນນັບແຕ່ຜູ້ອະນາໄມຈົນຮອດຜູ້ບໍລິຫານ, ເຊິ່ງຈະເລີ່ມສັກໃຫ້ກຸ່ມເປົ້າໝາຍໃນເຂັມທໍາອິດລະຫວ່າງວັນທີ 5-12 ມີນາ ແລະເຂັມທີ 2 ລະຫວ່າງວັນທີ 5-10 ເມສາ 2021.

ໂອກາດນີ້ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ສໍາລັບ ກຸ່ມເປົ້າໝາຍທີ່ຢູ່ແຕ່ລະແຂວງທົ່ວປະເທດແມ່ນຈະໄດ້ຮັບວັກຊີນ ໃນຄັ້ງນີ້ ແມ່ນຈະບໍ່ເທົ່າກັນເພາະການແຈກຢາຍວັກຊິນແມ່ນຂຶ້ນກັບຈຳນວນປະຊາກອນ ແລະດ່ານສາກົນທີ່ມີຢູ່ແຕ່ລະແຂວງ ໂດຍຈະໄດ້ອະນຸຍາດໃຫ້ກຸ່ມເປົ້າໝາຍໄດ້ເຂົ້າໄປຮັບການສັກວັກຊີນຢູ່ໂຮງໝໍສູນກາງ, ໂຮງໝໍແຂວງ ແລະໂຮງໝໍເມືອງ ທີ່ມີການກໍານົດໄວ້ເທົ່ານັ້ນ, ສໍາລັບ ວັກຊິນ​ຕ້ານ​ພະ​ຍາດໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ

ໃນຄັ້ງນີ້ ແມ່ນມີຄວາມປອດໄພດີ ເພາະໄດ້ຜ່ານການສັກໃຫ້ກັບກຸ່ມເປົ້າໝາຍຢູ່ຂັ້ນສູນກາງ ໃນຈຳນວນ 1.000 ກ່ວາຄົນມາແລ້ວ ແລະໄດ້ສັກສຳເລັດແລ້ວຜູ້ລະ 2 ເຂັມ ເຊິ່ງເຫັນໄດ້ວ່າທຸກຄົນແມ່ນມີຄວາມປອດໄພດີ ແລະບໍ່ມີຜົນຂ້າງຄຽງໃດໆເກີດຂຶ້ນ. ແນວໃດກໍ່ຕາມ ສໍາລັບຂັ້ນຕອນກ່ອນການເຂົ້າຮັບວັກຊິນໂຄວິດ-19 ຂອງກຸ່ມເປົ້າໝາຍທີ່ຢູ່ແຕ່ລະແຂວງຕ້ອງໄດ້ມີການຈັກຝຶກອົບຮົມໃຫ້ກັບພະນັກງານແພດ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນຢ່າງດີ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໃຫ້ມີປະສິດພາບ ແລະ ມີຄວາມປອດໄພ ຕາມທີ່ທາງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກຳນົດໄວ້.

ຂ່າວ: ດາວອນ CRI-FM93