ສະເທືອນວົງການໄກ່ຕີ!!! ເຈົ້າຂອງດັບດ້ວຍມີດທີ່ຕິດຢູ່ເດືອຍ

ເລື່ອງແປກນີ້ເກີດຂື້ນໃນປະເທດອິນເດຍ ເມື່ອໄກ່ຕີຂ້າເຈົ້າຂອງດ້ວຍມີດທີ່ຕິດໄວ້ຢູ່ເດືອຍ ເຊິ່ງຕຳຫຼວດກຳລັງເລັ່ງນຳຈັບຜູ້ຈັດຕັ້ງສັງວຽນໄກ່ຜິດກົດໝາຍໃນຄັ້ງນີ້.

Channel News Asia ລາຍງານວ່າ: ໃນວັນທີ 27 ກຸມພາ 2021, ຕຳຫຼວດໃນປະເທດອິນເດຍ ກຳລັງຄົ້ນຫາຜູ້ຈັດຕັ້ງສັງວຽນໄກ່ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ເຂດ ຄາຮິມນາການ ທາງຕອນໃຕ້ຂອງລັດຕັງຄານາປະເທດອິນເດຍ ຫຼັງຈາກເກີດເຫດການໄກ່ຕີທຳຮ້າຍດ້ວຍມີດທີ່ນຳມາຕິດຢູ່ຂາ ເຮັດໃຫ້ເຈົ້າຂອງເສຍຊີວິດ.

ອີງຕາມການເປີດເຜີຍຂອງ ທ່ານຈີວານ, ຕຳຫຼວດທ້ອງຖິ່ນວ່າ: ເຫດການນີ້ເກີດຂື້ນເມື່ອຕົ້ນອາທິດທີ່ຜ່ານມາ ເຊິ່ງຜູ້ເສຍຊີວິດແມ່ນ 1 ໃນ 16 ຄົນ ຜູ້ຈັດງານແຂ່ງຂັນໄກ່ຕີໃນຄັ້ງນີ້ ເຫດເກີດຂື້ນເມື່ອ ເຈົ້າຂອງກຳລັງເອົາໄກ່ທີ່ຕິດມີດຢູ່ເດືອຍຂາເຂົ້າໄປໃນສັງວຽນຕີໄກ່ ແຕ່ໄກ່ໄດ້ພະຍາຍາມດີ້ນໜີ ເຮັດໃຫ້ມີດແທງເຂົ້າບໍລິເວນຂາໂຕເຈົ້າຂອງ ຖືກນໍາສົ່ງໄປໂຮງໝໍດ່ວນ ແຕ່ກໍ່ເສຍຊີວິດໃນເວລາຕໍ່ມາ ຍ້ອນເລືອດອອກຫຼາຍ.

ທ່ານຈີວານ ກ່າວວ່າ: ຕຳຫຼວດກຳລັງຄົ້ນຫາໂຕຜູ້ຈັດຕັ້ງຍັງເຫຼືອອີກ 15 ຄົນ, ເຊິ່ງພວກເຂົາຖືກຕັ້ງຂໍ້ຫາເຮັດໃຫ້ຜູ້ອື່ນເຖິງແກ່ຄວາມຕາຍ, ຫຼີ້ນການພະນັນຜິດກົດໝາຍ ແລະ ຈັດສັງວຽນຕີໄກ່ໂດຍບໍ່ໄດ້ຮັບອະນຸຍາດ ສຳລັບໄກ່ໂຕກໍ່ເຫດແມ່ນຖືກຈັບໄວ້ຢູ່ສະຖານີຕຳຫຼວດທ້ອງຖິ່ນ ກ່ອນຈະຖືກນຳສົ່ງໄປຟາມລ້ຽງສັດປີກ.

ການຕີໄກ່ແມ່ນເລື່ອງຜິດກົດໝາຍໃນປະເທດອິນເດຍ. ແຕ່ກໍ່ຍັງການລັກລອບຈັດສັງວຽນເປັນປົກກະຕິໃນບາງເຂດຊົນນະບົດໃນລັດຕັງຄານາ, ອານັນລະປະເທດ, ກັນລະນາຕະກະ ແລະ ໂອດິຊາ ໂດຍສະເພາະຕາມງານເທດສະການຂອງສາດສະໜາຮິນດູ ເຮັດໃຫ້ໃນແຕ່ລະປີມີໄກ່ຫຼາຍພັນໂຕຕາຍໃນຂະນະຕີກັນ.

ຮຽບຮຽງໂດຍ: ມົນລະດີ laopost.com