ຊ່ວຍກົດໄລ້ກົດແຊມ້ຽນຄາບອາບສົບນ້ອງພູຄຳທີ່ເສຍຊີວິດດ້ວຍໂລກມະເຮັງດ້ວຍ

ທ. ພູຄຳ ພູມສະຫວັດ, ອາຍຸ 8 ປີ ເປັນຄົນມາອາໄສພັກເຊົາຢູ່ ບ້ານ ໜອງບຶກໃຕ້, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງຢາກໃຊ້ຊີວິດໃຫ້ຄືກັບເດັກນ້ອຍທົ່ວໄປ ແຕ່ກໍບໍ່ຄາດຝັນມາປ່ວຍເປັນໂລກມະເຮັງກະດູກ ເຮັດໃຫ້ຕ້ອງປິ່ນປົວນານຫຼາຍເດືອນ ເຊິ່ງທາງຜູ້ເປັນພໍ່ແມ່ທີ່ຮັກລູກປານແກ້ວຕາດວງໃຈກໍພະຍາຍາມປິ່ນປົວຈົນສຸດຄວາມສາມາດ ແລະ ສຸດກຳລັງຊັບສິນ.

ແຕ່ກໍບໍ່ສາມາດໃຫ້ນ້ອງພູຄຳ ກັບຄືນມາໄດ້ ແລະ ໄດ້ເສຍຊີວິດໃນວັນນີ້ ເວລາປະມານ 11:30 ນາທີ. ເຊິ່ງທາງຜູ້ເປັນພໍ່ແມ່ໄດ້ຮ້ອງທຸກມາຍັງໜ່ວຍກູ້ໄພນະຄອນຫຼວງ 1624 ໃຫ້ມ້ຽນຄາບອາບສົບໃຫ້. ເນື່ອງຈາກເປັນຄອບຄົວທີ່ທຸກຍາກຂາດເຂີນ.

ດັ່ງນັ້ນ, ຈຶ່ງຂໍເປີດຮັບບໍລິຈາກນຳທ່ານຜູ້ໃຈບຸນທັງຫຼາຍ ຄົນລະ 10 ພັນ, 20 ພັນກີບ ເພື່ອສົ່ງສະການມ້ຽນຄາບອາບສົບ, ກີນທານນຳນ້ອງພູຄຳດ້ວຍ. ເຊິ່ງສົບຂອງນ້ອງຈະໄດ້ບຳເພັນກຸສົນ ແລະ ກຽມສົ່ງສະການໃນມື້ນີ້ ວັນທີ 25/02/2021 (ກົງກັບວັນພະຫັດ) ເວລາປະມານ 16:00 ນາທີ ຕາມຮີດຄອງປະເພນີ ທີ່ປ່າຊ້າບ້ານໜອງບຶກ.

ທ່ານໃດຢາກຊ່ວຍມ້ຽນຄາບອາບສົບ, ສົງສະການຮ່ວມ2.500.000ກີບ ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.

ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:

ກີບ/LAK: 010120000993902001

ໂດຣາ/USD: 010120100993902001

ບາດ/THB: 010120200993902001

ຂໍມູນເພີມເຕີມໂທ:
020 2244 1624.