ພະຍາດສາຍພັນໃໝ່ ກຳລັງເລີ່ມລະບາດ

ສຳນັກຂ່າວ ອັນຈາຊີເລຍ ລາຍງານວ່າ ເມື່ອວັນເສົາ ວັນທີ 20 ກຸມພາ 2021 ນາງ ແອນນາ ໂປໂປວາ ຫົວໜ້າສຳນັກງານບໍລິການກາງ ເພື່ອການດູແລ ສະຫວັດດິພາບມະນຸດ ແລະ ປົກປ້ອງສິດທິຜູ້ບໍລິໂພກຂອງຣັດເຊຍ ບອກກັບສື່ທ້ອງຖິ່ນວ່າ ລັດຖະບານໄດ້ແຈ້ງເລື່ອງການພົບ ຄົນທີ່ຕິດເຊື້ອສາຍພັນ AH5N8 ເປັນຄັ້ງແລກຂອງໂລກ ໃຫ້ອົງການອານະໄມໂລກຮັບຮູ້ແລ້ວເມື່ອ2-3ວັນທີ່ຜ່ານມາ ຫຼັງຈາກທີ່ໝັ້ນໃຈໃນຜົນການກວດສອບ

ໃນຊ່ວງທີ່ຜ່ານມາ ມີລາຍງານໄຂ້ຫວັດນົກສາຍພັນ H5N8 ລະບາດຢ່າງໜັກໃນຣັດເຊຍ, ຫຼາຍປະເທດໃນຍູໂຣບ, ຈີນ, ຕາເວັນອອກກາງ ແລະ ອາຟິກກາເໜືອ ແຕ່ເປັນການລະບາດໃນສັດປີກເທົ່ານັ້ນ ໂດຍມີພຽງ 3 ສາຍພັນ ທີ່ເຄີຍຖືກພົບວ່າຕິດຕໍ່ສູ່ຄົນ ໄດ້ແກ່: H5N1, H7N9 ແລະ H9N2.

ນາງ ໂປໂປວາ ເຜີຍວ່າ ເຈົ້າໜ້າທີ່ພົບຄົນງານຟາມສັດປີກ 7 ຄົນ ຕິດເຊື້ອໄຂ້ຫວັດສາຍພັນ H5N8 ຕອນທີ່ເກີດການລະບາດໃນພາກໃຕ້ຂອງປະເທດ ເມື່ອເດືອນທັນວາຄົມປີກ່ອນ ໂດຍເຊື້ອສາຍພັນນີ້ມີອັດຕາການແຜ່ ກະຈາຍສູງໃນສັດປີກ ແລະ ອາດເຮັດໃຫ້ເຖິງຕາຍ. ແຕ່ຈົນຮອດຕອນນີ້ ຍັງບໍ່ພົບກໍລະນີການແຜ່ເຊື້ອຈາກຄົນສູ່ຄົນ ແລະ ຄົນງານທີ່ຕິດເຊື້ອ ກໍ່ບໍ່ໄດ້ມີບັນຫາສຸຂະພາບຮ້າຍແຮງ.

ແນວໃດກໍຕາມ ນາງ ໂປໂປວາ ເນັ້ນວ່າ ນີ້ເປັນການຄົ້ນພົບທີ່ສຳຄັນທາງວິທະຍາສາດ ແລະ ເວລາຈະເປັນຕົວບອກວ່າ ໄວຣັສຊະນິດນີ້ຈະກາຍພັນເພີ່ມຂຶ້ນອີກ ຫຼື ບໍ່ ?

ໃນຂະນະດຽວກັນ ສະຖາບັນເວັກເຕີ້ ໃນແຄວ້ນໄຊບີເລຍ ຂອງຣັດເຊຍ ເຊິ່ງເປັນໜຶ່ງໃນໜ່ວຍງານທີ່ພັດທະນາວັກຊີນຕ້ານໄວຣັສ ໂຄວິດ-19 ເປີດເຜີຍໃນວັນເສົາວ່າ ພວກເຂົາກະກຽມຈະເລີ່ມການທົດສອບກັບຄົນ ແລະ ພັດທະນາວັກຊີນເພື່ອຕ້ານເຊື້ອ H5N8 ດ້ວຍ.