ເຫດລົດຈັກຕຳຫຼັກເສົາໄຟ(ເສຍຊີວິດຄາທີ່ 1ລາຍ)
ໃນວັນທີ 22/02/2021 ເວລາ 10:47 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດຈັກຕຳຫຼັກເສົາໄຟຟ້າ ຢູ່ບ້ານ ດົງໝາກຄາຍ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)
ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ 1 ຄົນເປັນເພດຊາຍ ເຊິ່ງອາການເບື້ອງຕົ້ນແມ່ນ: ມີບາດແຜເປີດໃຫຍ່ຢູ່ຫົວ ແລະ ປາກແຕກ (ກະທົບຫົວ), ບໍ່ມີສະຕີ, ຊິບພະຈອນບໍເຕັ້ນ.
ດັ່ງນັ້ນ, ທີມງານຂອງພວກຈຶ່ງໄດ້ປະສານຫາເຈົ້າໜ້າທີ່ຈະລາຈອນ ແລະ ມ້ຽນຄາບສົບແລ້ວມອບໃຫ້ຍາດພີ່ນ້ອງນຳກັບບ້ານໄປເຮັດພິທີທາງຕາມສາສະໜາ.

ທາງໜ່ວຍກູ້ໄພນະຄອນຫຼວງ 1624 ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດໃນຄັ້ງນີ້ດ້ວຍ.
ອຸປະຕິເຫດສຸກເສີນໂທ : 🚑 1624 🚑

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ:020 2244 1624 ຫຼື ໂອນບັນຊີ
ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
ຊື່ບັນຊີ:THE ASSOCIATION OF VOLUNTARY RESCUE VIENTIANE
ເລກບັນຊີ: LAK010120000993902001
ທີມກູ້ຊີບກູ້ໄພນະຄອນຫຼວງ1624