ຄູ່ຮັກບ່າວສາວ ຖືກປັບໃໝຍ້ອນຈູບກັນຢູ່ສວນສາທາລະນະ

ທ່າມກາງ ການແຜ່ລະບາດ COVID-19 ໃນປະເທດ ຫວຽດນາມໃນວັນທີ 17 ກຸມພາ 2021 ທີ່ເມືອງ Hai Duong ເຂດ Hai Tan Ward ໃນລະຫວ່າງທີ່ຄະນະປ້ອງກັນ ແລະ ຄວບຄຸມການລະບາດ COVID-19 ໄດ້ອອກກວດກາທີ່ສວນສາທາລະນະ ໃນເວລາດຽວກັນນັ້ນປະມານ 5:40 ໂມງແລງ

ຄະນະເຈົ້າໜ້າທີ່ ໄດ້ເຫັນຄູ່ຮັກບ່າວສາວນັ່ງຢູ່ຕັ່ງ ແລະ ກຳລັງຈູບກັນ ເຈົ້າໜ້າທີ່ເລີຍໄດ້ກັກຕົວທັງສອງຄົນ ຜູ້ຊາຍອາຍຸ 19 ປີ ແລະ ແຟນຂອງລາວຜູ້ຍິງອາຍຸ 19 ປີ ພວກເຂົາຖືກປັບໃໝຄົນລະ 2 ລ້ານດົງ ຫຼື ປະມານ 86$ ຍ້ອນວ່າບໍ່ໃສ່ຜ້າອັດປາກ ແລະ ອອກຈາກບ້ານໂດຍບໍ່ມີເຫດຜົນ.

ຍ້ອນວ່າໃນໄລຍະນີ້ແມ່ນ ລັດຖະບານສັ່ງໃຫ້ຮັກສາໄລຍະຫ່າງ,ກັກຕົວ ແລະ ອອກຈາກບ້ານໃນເວລາມີວຽກທີ່ຈໍາເປັນເຊັ່ນ ຊື້ເຄື່ອງອຸປະໂພກ ບໍລິໂພກ, ຊື້ຢາ ຫຼື ໄປໂຮງໝໍເທົ່ານັ້ນ ເນື່ອງຈາກເມືອງນີ້ເປັນເມືອງທີ່ມີການແຜ່ລະບາດຂອງພະຍາດ COVID-19 ຫຼາຍທີ່ສຸດຂອງຫວຽດນາມ.

cr: Lao youth Radio