ທ່ານບຸນຍັງວໍລະຈິດປະທານປະເທດແຫ່ງ ສປປ ລາວ ໄປໃຊ້ສິດເລືອກຕັ້ງ ຢູ່ບ້ານຫນອງບອນ

ໃນຕອນເຊົ້າຂອງວັນທີ 21 ກຸມພາ 2021 ນີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຫລື(ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ II ຢູ່ໜ່ວຍປ່ອນບັດທີ 20 ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.

ບ້ານຫນອງບອນ ມີພົນລະເມືອງທັງໝົດ 1.543 ຄົນ, ເປັນຍິງ 813 ຄົນ. ມີຜູ້ມີສິດປ່ອນບັດທັງໝົດ 1.285 ຄົນ, ຍິງ 711 ຄົນ.

.