ເຄີຍຖືກຄຸກມາແລ້ວ 3 ປີ ແຕ່ບໍ່ເຂັດຫຼາບ ອອກມາກໍ່ເຫດອີກ

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ຮັບແຈ້ງ ຄວາມຈາກຜູ້ເສຍຫາຍໃນວັນທີ 14 ກຸມພາ 2021 ໄດ້ມີຄົນຮ້າຍມາລັກເອົາກະເປົາເງິນຢູ່ຮ້ານຂາຍເປັດແລ້ວເອົາຕົວຫຼົບໜີ. ສະນັ້ນ, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດລົງເກັບກຳຂໍ້ມູນສະຖານທີ່ເກີດເຫດ

ຖານການສືບສວນເກັບກຳຂໍ້ມູນຫຼັກຖານຈຶ່ງສາ
ມາດກຳນົດເປົ້າໝາຍລົງມເລພຊັບໄດ້. ມາຮອດວັນ ທີ 17 ກຸມພາ 2021 ຕຳຫຼວດ ປກສ ເມືອງໄຊເສດຖາ, ສົມທົບກັບອຳນາດການປົກຄອງບ້ານຝາຍ ເຂົ້າກັກຕົວເປົ້າໝາຍຊື່: ນາງ ວັນນີ ອາຍຸ 30 ປີ, ພັກເຊົາຢູ່ບ້ານຝາຍ ເມືອງໄຊເສດຖາ ນວ.

ຜ່ານການສອບສວນຜູ້ກ່ຽວຮັບສາລະພາບວ່າ: ໃນວັນທີ 14 ກຸມພາ 2021, ເວລາ 11:00 ໂມງ ຜູ້ກ່ຽວໄດ້ຂີ່ລົດຈັກເວບຈີນ ສີດຳ ບໍ່ຕິດປ້າຍທະບຽນເລາະມາຕາມເສັ້ນທາງ. ພໍມາຮອດເຂດບ້ານຄຳສະ ຫວາດໄດ້ຈອດລົດແລ້ວລົງໄປຖາມແມ່ຄ້າຮ້ານຂາຍເປັດ ແລ້ວສວຍໂອກາດຕອນເຈົ້າຂອງຮ້ານບໍ່ທັນລະວັງຕົວລັກເອົາກະເປົາເງິນທີ່ວາງໄວ້ແລ້ວຫຼົບໜີ. ຜູ້ກ່ຽວໃຫ້ການຕື່ມອີກວ່າ: ຜ່ານມາໄດ້ເຄື່ອນໄຫວລັກຊັບ ແລະ ຖືກສານຕັດສິນຕັດອິດສູ້ກ່ຽວ 3 ປີ. ແຕ່ຍັງບໍ່ເຂັດຫຼາບຍັງອອກເຄື່ອນໄຫວລັກຊັບອີກ 7 ຄັ້ງ.

ເພື່ອສະກັດກັ້ນບໍ່ໃຫ້ເກີດມີສະພາບການຄືກັບກໍລະນີນີ້, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງຊາວນະຄອນຫຼວງວຽງຈັນ ຈົ່ງມີສະຕິລະວັງຕົວ, ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່. ຖ້າພົບເຫັນການເຄື່ອນໄຫວທີ່ບໍ່ຖືກຕ້ອງໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ໃກ້ທ່ານ ຫຼື ສົ່ງຂໍ້ຄວາມມາທາງເບີ້ວອດແອັບ 020 28899774.