ອາເມລິກາ ຜະເຊີນກັບຄື້ນຄວາມໜາວມີຜູ້ເສຍຊີວິດ30ກວ່າຄົນ
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ກຸມພາ 2021 ວ່າ ສຳນັກງານ ອຸຕຸນິຍົມ ວິທະຍາແຫ່ງຊາດ ຂອງ ອາເມລິກາ ປະກາດ ໃນວັນທີ 18 ກຸມພານີ້ວ່າ: ອິດທິພົນ ຂອງຄື້ນຄວາມໝາວ ຍັງຄົງປົກຄຸມ ເປັນບໍລິເວນກວ້າງ ຂອງ ອາເມລິກາ ຕະຫລອດ ໄລຍະເວລາ ເກືອບ 1 ອາທິດ ຜ່ານມາ ສົ່ງຜົນໃຫ້ສະພາບ ອາກາດ ໜາວເຢັນ ໃນແບບທີ່ ເກືອບວ່າ ບໍ່ເຄີຍມີ ມາກ່ອນ ລວມທັງ ຫິມະ ທີ່ຕົກລົງມາ ຢ່າງໜັກ ເຮັດໃຫ້ມີ ຜູ້ເສຍຊີວິດ 30 ກວ່າຄົນ ສ່ວນໃຫຍ່ ຢູ່ໃນລັດ ເທັກຊັດສ, ລັດ ມິສຊິສຊິບປີ, ລັດລຸຍເຊຍນາ, ລັດເຄນທັກກີ,ລັດມິສຊູຣີ ແລະ ລັດນ໋ອດ ແຄໂຣໄລນາ.

ສຳລັບ ພື້ນທີ່ ໄດ້ຮັບຜົນກະທົບ ໜັກທີ່ສຸດ ແມ່ນລັດເທັກຊັດສ ທີ່ມີປະຊາກອນ ຫລາຍທີ່ສຸດ ເປັນອັນດັບທີ່ 2ຂອງ ອາເມລິກາ ແລະ ຂໍການຮ່ວມມື ໃຫ້ປະຊາຊົນ ປະມານ 7 ລ້ານຄົນ ກວມເອົາ 25% ໃນພື້ນທີ່ນີ້ ຕົ້ມນ້ຳປະປາ ກ່ອນດື່ມ ເພື່ອຄວາມປອດໄພ ທາງດ້ານສຸຂະພາບ ເນື່ອງຈາກ ສະພາບອາກາດ ທີ່ໜາວເຢັນແຮງ ສ້າງຄວາມເສຍຫາຍ ໃຫ້ກັບລະບົບ ການຈ່າຍ ນ້ຳປະປາ ແລະ ເຕືອນໄພ ໃຫ້ປະຊາຊົນ ເພີ່ມຄວາມ ລະມັດລະວັງ ວ່າ ອຸນຫະພູມ ໜາວແຮງ ອາດເຮັດໃຫ້ ທໍ່ນ້ຳປະປາແຕກ ຫລື ເຖິງຂັ້ນ ລະເບີດໄດ້.

.

.

.
