ອິນໂດເນເຊຍ ຈະລົງໂທດຜູ້ປະຕິເສດສັກວັກຊິນປ້ອງກັນໂຄວິດ.
ອິນໂດເນເຊຍ ຈະລົງໂທດຜູ້ປະຕິເສດສັກວັກຊິນປ້ອງກັນໂຄວິດ-19 ຕາມຂ່າວຈາກ ອິນໂດເນເຊຍ,ວັນທີ18ກຸມພານີ້,ເຈົ້າໜ້າທີ່ ທາງການ ອິນໂດເນເຊຍ ຈະລົງໂທດ ຜູ້ປະຕິເສດ ການສັກ ວັກຊິນ ປ້ອງກັນ ໂຄວິດ-19.

ເພື່ອຫລຸດຜ່ອນ ຄວາມສ່ຽງ ການແຜ່ລະບາດ ຮອບໃໝ່ ດ້ວຍການໂຈະ ຫລື ເລື່ອນການ ຊ່ວຍເຫລືອ ທາງສັງຄົມ ລລວມເຖິງການບໍລິຈາກ ພາກລັດ ໂດຍລັດຖະບານ ທ້ອງຖິ່ນ ຈະເປັນຜູ້ ພິຈາລະນາ ໃຊ້ວິທີ ການລົງໂທດ ດັ່ງກ່າວ. ຈາກຜົນການສຳຫລວດ ເມື່ອເດືອນກັນຍາ ປີກາຍນີ້ ພົບວ່າ 65%ຂອງຊາວ ອິນໂດເນເຊຍ ຕ້ອງການ ສັກວັກຊິນ ປ້ອງກັນ ໂຄວິດ-19 ແຕ່ປະຊາຊົນ ທີ່ເຫລືອ ຍັງກັງວົນ ກ່ຽວກັບ ຄ່າໃຊ້ຈ່າຍ, ຄວາມສ່ຽງ ອາດເກີດຂຶ້ນ ກັບຮ່າງກາຍ ແລະ ຄວາມສອດຄ່ອງ ກັບມາດຕະຖານ ຮາລານ ສົ່ງຜົນໃຫ້ ລັດຖະບານ ອິນໂດເນເຊຍ ບໍ່ຄິດຄ່າໃຊ້ຈ່າຍ ໃນການ ສັກສັກວັກຊິນ.

ດັ່ງກ່າວ ຫລັງຈາກ ອິນໂດເນເຊຍ ໄດ້ສັກວັກຊິນ ໃຫ້ກັບ ປະຊາຊົນ ໄປແລ້ວ 1,7 ລ້ານກວ່າຫລອດ ໂດຍ ທ່ານ ໂຈໂກ ວີໂດໂດ, ປະທານາທິບໍດີ ອິນໂດເນເຊຍ ເຂົ້າຮັບ ສັກວັກຊິນ ປ້ອງກັນ ໂຄວິດ-19 ເປັເປັນເຂັມທຳອິດ.

ຈາກບໍລິສັດ ຊີໂນແວັກ ໄບໂອເທັກ ຂອງຈີນ ເມື່ອເດືອນ ມັງກອນ ປີນີ້ ເພື່ອສ້າງ ຄວາມໝັ້ນໃຈ ໃຫ້ກັບ ປະຊາ ຊົນ.ຂະນະທີ່ ອິນໂດເນເຊຍ ອາດຕ້ອງໃຊ້ ເວລາໄປຈົນ ເຖິງທ້າຍປີນີ້ ເພື່ອສັກ ວັກຊິນ ໃຫ້ກັບ ປະຊາກອນ 180 ລ້ານກວ່າຄົນ.