ຄວາມເຊື່ອ​ ກັບ​ ຄວາມຈິງ ຝົນຕົກໜັກນ້ຳຖ້ວມເປັນສີແດງເລືອດ ທີ່ອິນໂດເນເຊຍ

ເລື່ອງນີ້ເກີດຂຶ້ນທີ່ປະເທດອິນໂດເນເຊຍ
ຄືມີຝົນຕົກໜັກນໍ້າຖ້ວມເຂົ້າເຂດບ້ານເຮືອນປະຊາຊົນ ແລະກາຍເປັນສີແດງເລືອດ
ເຫຼົ່າຜູ້ນຳດ້ານຄວາມເຊື່ອຕ້ອງກໍພາກັນອອກມາເຕືອນປະຊາຊົນວ່າ​ ປະເທດຊາດຈະເກີດອາເພດ​ ຊາວເມືອງກໍພາກັນເຊື່ອ.

ຈາກນັ້ນຈຶ່ງພາກັນຈັດຕັ້ງພິທີກຳຈະຂໍຂະມາຟ້າດິນ ຜູ້ຄົນຕ່າງກໍເຂົ້າມາຮ່ວມ
ພໍດີເຈົ້າຂອງໂຮງຍ້ອມຜ້າອອກມາຂໍໂທດວ່າ ຕອນຝົນຕົກໜັກມ້ຽນຖັງສີບໍ່ທັນ ນໍ້າຖ້ວມຈຶ່ງອອກມາເປັນດັ່ງທີ່ເຫັນ.

.

Cr.​Ekkawit Sudanich