ທາງດ່ວນ! ຫຼວງພະບາງ-ອຸດົມໄຊ ຫຼຸດຜອ່ນເວລາເດີນທາງຈາກ 6 ຊົ່ວໂມງ ເຫຼືອພຽງ 1:30 ຊົ່ວໂມງ

ຊ່ວງທາງດ່ວນທີ III ຈາກການສໍາຫຼວດສຶກສາກໍານົດແລວທາງແຕ່ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຫາເມືອງໄຊ ແຂວງອຸດົມ ໄຊ ໄດ້ມີການປຽບທຽບເປັນ 3 ແລວທາງຄືແລວ K, A ແລະ B ເມື່ອ ພິຈາລະນາແລ້ວບໍລິສັດຮັບເຫມົາກໍ່ສ້າງໄດ້ສະເຫນີໃຫ້ເລືອກແລວທາງ K ເຊິ່ງເປັນແລວທາງສົ່ງຜົນດີຕໍ່ການປົກປັກຮັກສາສິ່ງແວດລ້ອມ, ມີ ຜົນປະໂຫຍດຕໍ່ການພັດທະນາຕົວເມືອງນະຄອນຫຼວງພະບາງ ແລະ ເມືອງງາ, ສະດວກຕໍ່ປະ ຊາຊົນໃນຂອບເຂດຕົວເມືອງຂຶ້ນ-ລົງ,ມີຜົນ ດີຕໍ່ການປົກປັກຮັກສາແຫຼ່ງນໍ້າຂອງແມ່ນໍ້າຂອງ ແລະພັດທະນາການ ຂົນສົ່ງຫຼາຍຮູບແບບເຊື່ອມຕໍ່ທາງບົກ ແລະທາງລົດໄຟ, ທັງຂະຫນາດ ໂຄງການນ້ອຍ, ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍໃນການກໍ່ສ້າງຫນ້ອຍລວມເຖິງໄລຍະເວລາໃນການກໍ່ສ້າງສັ້ນລົງ.

ສ່ວນແລວທາງດ່ວນນີ້ຈະຜ່ານເມືອງງາ, ນາກົກເຂົ້າຫາເມືອງໄຊ ແຂວງອຸດົມໄຊ ມີໄລຍະທາງທັງຫມົດ 113,9 ກິໂລແມັດ, ເນື້ອທີ່ນໍາ ໃຊ້ທັງຫມົດປະມານ 1.055 ເຮັກຕາ, ສະເພາະຊ່ວງຜ່ານແຂວງຫຼວງ ພະບາງມີ 29,8 ກິໂລແມັດ, ຜ່ານແຂວງອຸດົມໄຊໄລຍະທາງ 84,1 ກິໂລແມັດ. ຈະໄດ້ສ້າງຂົວທັງຫມົດ 96 ແຫ່ງ, ຄວາມຍາວ 19.496 ແມັດ, ອຸມົງ 8 ແຫ່ງ, ຍາວ 14.940 ແມັດ, ຈຸດຂື້ນລົງ 5 ແຫ່ງ, ດ້ານ ມາດຕະຖານເຕັກນິກຂອງອຸມົງແມ່ນໄດ້ສົມທຽບກັບມາດຕະຖານ ເຕັກນິກການອອກແບບຂອງໂຄງການກໍ່ສ້າງທາງດ່ວນຊ່ວງທີ I ແຕ່ ນະຄອນຫຼວງວຽງຈັນຫາວັງວຽງປະກອບມີ 4 ຊ່ອງຈະລາຈອນ(2. ຊ່ອງໄປ 2 ຊ່ອງກັບ) ຫນ້າທາງກວ້າງ 23 ແມັດ, ຊຶ່ງປະກອບມີຊ່ອງຈະ ລາຈອນ, ດອນກາງ ແລະບ່າທາງ, ອຸມົງຄວາມກວ້າງສຸດທິ 10,25 ແມັດ,ສູງສຸດທີ່ 5 ແມັດ,ອາຍຸການນໍາໃຊ້ອອກແບບສໍາລັບອຸມົງ 100 ປີ. ລວມມູນຄ່າການກໍ່ສ້າງແລ້ວK ທັງຫມົດ 19,9 ຕື້ຢວນ ຫຼືປະມານ 2,88 ຕື້ໂດລາສະຫະລັດ ແລະສໍາລັບແລວ A ແລະ B ແມ່ນມີມູນຄ່າ ສູງກວ່າແລວ K.

ເມື່ອທາງດ່ວນນີ້ສ້າງສໍາເລັດແລ້ວຈະໃຊ້ເວລາໃນການເດີນທາງ ຈາກນະຄອນຫຼວງພະບາງຫາເມືອງໄຊ ແຂວງອຸດົມໄຊ ພຽງແຕ່ 1ຊົ່ວໂມງ 30 ນາທີ. ຈາກທີ່ໃຊ້ເວລາ 6 ຊົ່ວໂມງເດີນທາງປົກກະຕິ ແລະຈາກແຂວງຫຼວງພະບາງຫານະຄອນຫຼວງວຽງຈັນທາງດ່ວນ 256 ກິໂລແມັດ ຈະໃຊ້ເວລາພຽງ 3 ຊົ່ວໂມງຈາກໃຊ້ເວລາເດີນ ທາງ ປົກກະຕິ 11 ຊົ່ວໂມງ.