ລັກສະນະຜູ້ຍິງກາລາກີນີ ໃຜໄດ້ເປັນເມຍຈະອັບໂຊກ
ການຈະຄົບກັບໃຜຈັກຄົນ ບໍ່ວ່າຈະເປັນເພືອນຫຼືແຟນ ກໍ່ຕ້ອງເລືອກໃຫ້ດີ ຕາມຄວາມເຊື່ອຂອງຄົນບູຮານໄດ້ບອກຖືງລັກສະນະຂອງຜູ້ຍິງກາລາກີນີ ບໍ່ຄວນຄົບກາ ເພາະຈະເຮັດໃຫ້ຊີວິດຕົກຕ່ຳ ບໍ່ຈະເລີນ ຫາກິນບໍ່ຈື້ນ ລອງມາກວດສອບເບິ່ງວ່າມີລັກສະນະແນວໃດ

1 ລັກສະນະການນອນ ຍິງທີ່ນອນຫຼັບແລ້ວປຸກຍາກ ນອກໂກນສຽງດັງ ນອນແກະເກົາຈົນເຄື່ອງນຸ່ງຫຼຸດຫຼຸ່ຍ
2 ລັກສະນະການຍ່າງ ຍິງທີ່ຍ່າງຄືກັບນົກຍາງ ຍ່າງແກວງລຳຕົວ ເປັນຄົນນອກໃນສາມີ
3 ລັກສະນະນ້ຳໜັກການຍ່າງ ຍິງທີ່ຍ່າງຕີນໜັກ ຍ່າງລົງສົ້ນນ່ອງ ຈົນແັຜ່ນດິນສະເທືອນ ເປັນຍິງກາລາກີນີ

4 ລັກສະນະດວງຕາ ຍິງຕາເຊື່ອງ ຕາເລ່ ຫຼື ເວົ້ານຳແຕ່ຕາບໍ່ເປັນສຸກ ເປັນຄົນໄວ້ໃຈບໍ່ໄດ້ ມັກເອົາປຽບຄົນອື່ນ
5 ລັກສະນະສຽງເວົ້າ ຍິງທີ່ເວົ້າຈາ 2 ສຽງ ແລະ ສຽງແຂງ ເປັນຍິງກາລາກີນີ
6 ລັກສະນະການເວົ້າ ຍິງທີ່ເວົ້າບໍ່ມັກເງີຍໜ້າ ບໍ່ກ້າສູ້ໜ້າ ມັກຍ່າງກົ້ມໜ້າ ເປັນຄົນນອກໃຈສາມີ

7 ລັກສະນະກິ່ນ ຍິງທີ່ກິ່ນຕົວເໝັນ ຈົນບໍ່ມີໃຜກ້າໃກ້
8 ລັກສະນະຂົນ ຍິງທີ່ມີຂົນດົກຕາມຕົວ ຂົນຂີ້ແຮ້ດົກດຳ ມີໜວກ ບໍ່ຄວນຄົບຫາ
9 ລັກສະນະມືແລະຕີນ ຍິງທີ່ມືແລະຕີນໃຫຍ່ ນີ້ວກາງ ສາມີຈະອາຍຸສັ້ນ
10 ລັກສະນະນົມ ຍິງທີ່ມີຊ່ອງວ່າງລະຫວ່າງນົມຫ່າງກັນເກີນ 4 ນີ້ວມື ຊາຍຄົນໃດຄົບກໍ່ຈະບໍ່ມີຊັບສົມບັດ