ບໍລິສັດລົດໃຫຍ່ຫວຽດນາມ ຜະລິດລົດໄຟຟ້າສົ່ງຂາຍ ສ.ອາເມລິກາ
ຕາມຂ່າວຈາກ ຫວຽດນາມ, ວິນຟາສ ບໍລິສັດ ຜະລິດລົດໃຫຍ່ ສັນຊາດ ຫວຽດນາມ ແຫ່ງທຳອິດ ຂອງປະເທດ ປະກາດແຜນ ເລີ່ມການຜະລິດ ລົດໄຟຟ້າ ຂະໜາດໃຫຍ່ ໃນເດືອນພະຈິກ ປີນີ້ ໂດຍມີ ການຕັ້ງເປົ້າໝາຍ ສົ່ງອອກຂາຍ ໄປ ຕະຫລາດ ສ.ອາເມລິກາ ເປັນຫລັກ.ວິ

ເປັນເຄື່ອຂ່າຍຂອງກຸ່ມ ທຸລະກິດ ຂະໜາດໃຫຍ່ສຸດ ຂອງຫວຽດນາມ ວິນກຣຸບ ເຈເອສຊີ ໂດຍທາງບໍລິສັດ ຈະໃຊ້ແບດເຕີຣີ ຜະລິດໂດຍ ບໍລິສັດ ແອລຈີເຄມ ຂອງສ.ເກົາຫລີ ສຳລັບ ລົດໃຫຍ່ໄຟຟ້າ ລຸ້ນທຳອິດ ທີ່ຈະຜະລິດ ເຊິ່ງມີແຜນ ຈະເປີດຕົວ ໃນງານສະແດງ ລົດໃຫຍ່ ລໍສແອນເຈລີສ ອໍໂຕ ໃນລັດ ແຄລິຟໍຣເນຍ. ສຳລັບ ລົດລຸ້ນທຳອິດ ຈະເລີ່ມທົດລອງ ໃນເດືອນມັງກອນປີໜ້າ ຈາກນັ້ນ ຈະເລີ່ມການຜະລິດ ຈຳນວນຫລາຍ ອອກແບບໂດຍ ໜ່ວຍງານຂອງບໍລິສັດ ພີນິຟາຣິນາ (Pininfarina) ແຫ່ງອີຕາລີ ສາມາດແລ່ນ ໄດ້ໄກເຖິງ 500 ກິໂລແມັດ ຕໍ່ການຊາກແບດເຕີຣີ ແຕ່ລະຄັ້ງ.
ຮຽບຮຽງຂ່າວໂດຍ ສະໄຫວ ຂປລ