ສໍ້ໂກງເງິນເກືອບ 300ລ້ານກີບ ຕົວະຮັບແລ່ນເຂົ້າວຽກແລະບຳນານ.

ບັນຫາຮັບແລ່ນເອົາຄົນເຂົ້າເຮັດວຽກ ແລະ ແລ່ນເອົາພະນັກງານເຂົ້າກິນບຳນານ ແມ່ນກົນ ໂກງໜຶ່ງທີ່ປະກົດໃຫ້ເຫັນ ແລະ ເກີດຂຶ້ນຫຼາຍຢູ່ໃນສັງຄົມ ດັ່ງຄະດີຂອງ ນາງ ຄໍາຈອນ ອາຍຸ 38 ປີ ອະດີດພະນັກງານທີ່ພົບບັນຫາທາງດ້ານການເງິນໃຊ້ໜີ້ຄ່າງວດລົດ ແລະ ໃຊ້ຈ່າຍພາຍໃນຄອບຄົວ ຈຶ່ງໃຊ້ເລ່ລ່ຽມເພື່ອຕົວະຍົວະ ເຮັດໃຫ້ຄົນອື່ນເຊື່ອໃຈ ໂດຍອ້າງວ່າສາມາດແລ່ນເຂົ້າເປັນທະຫານໄດ້ ແລະ ກິນເງິນບໍານານ, ເລີ່ມແຕ່ປີ 2012-2020 ມີຜູ້ເສຍຫາຍຕົກເປັນເຫຍື່ອ ຫຼາຍກວ່າ 20 ຄົນ ມູນຄ່າເສຍຫາຍເກືອບ 300 ລ້ານກີບ.

ເຈົ້າໜ້າທີ່ໜ່ວຍງານຄະດີອາຍາ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ມີພໍ່-ແມ່ປະຊາຊົນ ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ ນາງ ຄໍາຈອນ ຢູ່ບ້ານໂພນສະອາດ ເມືອງ ໄຊເສດຖາ ທີ່ຕົວະຍົວະເອົາເງິນໂດຍອ້າງວ່າ ສາມາດແລ່ນເຂົ້າເປັນທະຫານ ແລະ ກິນເງິນບໍາ ນານ ໄດ້ສູນເສຍເງິນຄ່າຈ້າງເປັນຈໍານວນຫຼວງຫຼາຍແຕ່ບໍ່ສາມາດເອົາເຂົ້າທະຫານ ແລະ ກິນເງິນບໍາ ນານໄດ້; ດັ່ງນັ້ນ, ຈຶ່ງແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງໄປເອົາຕົວຜູ້ກ່ຽວມາສອບສວນ 28 ທັນວາ 2020.

ນາງ ຄໍາຈອນ ໄດ້ສາລະພາບເຖິງວິທີການຕົວະຍົວະຫຼອກລວງເອົາເງິນປະຊາຊົນວ່າ: ໃນປີ 1997, ໄດ້ເຂົ້າສັງກັດເປັນພະນັກງານລັດ. ຕໍ່ມາໃນລະຫວ່າງປີ 2005-2009, ສາມາດແລ່ນເອົາຄົນເຂົ້າທະຫານໄດ້ ໂດຍຮ່ວມກັບປ້າຂອງຕົນເອງ ຈໍານວນ 7-8 ຄົນ; ຕໍ່ມາໃນຊ່ວງປີ 2012, ໄດ້ມີບັນຫາທາງດ້ານການເງິນໃນການໃຊ້ຈ່າຍສ່ວນຕົວ ແລະ ເງິນຈ່າຍຄ່າງວດລົດບໍ່ພຽງພໍ ແລະ ເກີດມີໜີ້ສິນຕາມມາ ຈຶ່ງຄິດຍາກໄດ້ເງິນໂດຍໃຊ້ເລ່ລ່ຽມເພື່ອຕົວະຍົວະເຮັດໃຫ້ຄົນອື່ນເຊື່ອໃຈວ່າ ມີໂກຕ້າເຂົ້າກໍາລັງທະຫານ ແລະ ສາມາດແລ່ນໃຫ້ພະນັກງານທະ ຫານເຂົ້າກິນເງິນບໍານານໄດ້.

ວິທີການຕົວະແມ່ນໄດ້ໄປຫາຄົນຮູ້ຈັກທີ່ຕ້ອງການໃຫ້ຍາດພີ່ນ້ອງເຂົ້າກໍາລັງທະຫານ ຫຼື ແລ່ນກິນເງິນບໍານານ ໃນເມື່ອມີຄົນຫຼົງເຊື່ອກໍໄດ້ເອົາຄ່າມັດຈໍາ 3.000.000-40.000.000 ກີບ ເພື່ອແລ່ນເອກະສານ ແຕ່ບໍ່ສາມາດແລ່ນເຂົ້າໄດ້ຈຶ່ງນໍາເງິນທີ່ມັດຈໍາໄປໃຊ້ຈ່າຍສ່ວນຕົວ ແລະ ຄອບຄົວຈົນໝົດ.

ຜ່ານມາ, ໄດ້ຕົວະເອົາເງິນ ເພື່ອແລ່ນເຂົ້າກິນເງິນບໍານານຂອງກຳລັງທະຫານໄດ້ 3 ຄັ້ງ ຄື: ຄັ້ງ ທຳອິດໄດ້ເອົາເງິນນໍາ ທ້າວ ບຸນຈົ້ງ ຢູ່ບ້ານລາດຮ້ວງ ເມືອງແປກ ແຂວງຊຽງຂວາງ ຈໍານວນ 40.000.000 ກີບ ແຕ່ບໍ່ສາມາດແລ່ນບໍ່ໄດ້ ຈຶ່ງສົ່ງເງິນຄືນຈໍານວນ 5.200.000 ກີບ; ຄັ້ງຕໍ່ມາ, ຕົວະເອົາເງິນນໍານາງ ດອນຄໍາ ຢູ່ບ້ານໂນນສະຫວ່າງ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ຈໍານວນ 16.000.000 ກີບ ເປັນຄ່າແລ່ນເຂົ້າກິນບຳນານຂອງກໍາລັງທະຫານ; ຕໍ່ມາ, ໄດ້ເອົາເງິນນໍາ ນາງ ຄໍາເພົາ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງ ຈັນ ຈໍານວນ 3.000.000 ກີບ ກັບ 4.000 ບາດ ແລ່ນເຂົ້າກິນເງິນບໍານານຂອງກໍາລັງທະ ຫານ. ນອກນັ້ນ, ຕົວະເອົາເງິນນໍາ ນາງ ສາຍຄໍາ ບ້ານລາດຮ້ວງ ເມືອງແປກ ແຂວງຊຽງຂວາງ ເພື່ອແລ່ນເອົາລູກຊາຍໄປຮຽນຕໍ່, ແລ່ນເອົາຜົວເຂົ້າກິນເງິນບໍານານ ແລະ ເອົາລູກສາວເຂົ້າກໍາ ລັງທະຫານເປັນເງິນມັດຈໍາທັງໝົດ 14.285.000 ກີບ.

ສ່ວນຕົວະເອົາເງິນແລ່ນເຂົ້າສັງກັດເປັນກຳລັງທະຫານແມ່ນ ຈໍານວນ 20 ກວ່າຄັ້ງ ຄື: ໄດ້ ຕົວະເອົາເງິນນໍາ ນາງ ດອນ ຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈໍາ ນວນ 19.000.000 ກີບ ແລ່ນບໍ່ໄດ້ສົ່ງເງິນຄືນ ຈໍານວນ 9.000. 000 ກີບ; ທ້າວ ແພງນະພາ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈໍານວນ 34.000.000 ກີບ ສົ່ງເງິນຄືນ ຈໍານວນເງິນ 28.400.000 ກີບ; ຈາກນັ້ນ, ກໍໄດ້ໃຊ້ຮູບການເດີມ ເພື່ອຕົວະຍົວະຫຼອກລວງເອົາເງິນນຳປະຊາຊົນທີ່ຕ້ອງການເຂົ້າກຳລັງທະຫານ ໂດຍມີຜູ້ເສຍຫາຍຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາຕ່າງ ແຂວງອີກ ຈໍານວນ 20 ກວ່າຄົນ ລວມເປັນເງິນທັງໝົດປະມານ 294.685.000 ກີບ ແລະ 4000 ບາດ.

ໃນປັດຈຸບັນ, ມີຜູ້ທີ່ເຂົ້າມາແຈ້ງຄວາມກັບເຈົ້າໜ້າທີ່ແລ້ວ 20 ກວ່າຄົນ ແລະ ຄາດວ່າຍັງຈະ ມີປະຊາຊົນອີກຈໍານວນໜຶ່ງທີ່ຈະເຂົ້າມາແຈ້ງຄວາມໃນຮູບການດຽວກັນ. ຈາກການເກັບກໍາ ຂໍ້ມູນ, ນາງ ຄໍາຈອນ ແມ່ນມີເຈດຕະນາສວຍໂອກາດສໍ້ໂກງເອົາຊັບສິນຂອງບຸກຄົນອື່ນແທ້; ເຊິ່ງການກະທໍາດັ່ງກ່າວມັນເຮັດໃຫ້ຊັບສິນຂອງບຸກຄົນອື່ນໄດ້ຮັບຄວາມເສຍຫາຍຢ່າງຫຼວງ ຫຼາຍ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ.