ເຕືອນແລ້ວເດີ້! ເມືອງສັງທອງ ເຂັ້ມງວດກວດກາການລັກລອບເຂົ້າເມືອງຕາມຊາຍແດນແມ່ນ້ຳຂອງ

ຕາມການລາຍງານຂອງ ພັທ ພອນສີ ພັນທະວົງ ຮອງຫົວໜ້າກອງບັນຊາ ການ ປກສ ເມືອງສັງທອງ ໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ຫາ 4 ກຸມພາ 2021 ເຈົ້າໜ້າທີ່ສາມາດກວດກາພົບເຫັນກຸ່ມຄົນລັກລອບເຂົ້າຕາມຊາຍແດນລາວ-ໄທ ເຂດບ້ານແກ້ງໝໍ້ ແລະ ບ້ານຄົກເພີງ ເມືອງສັງທອງ ຈຳນວນ 16ຄົນ, ຍິງ 11 ຄົນ, ຈຳນວນດັ່ງກ່າວໄດ້ສົ່ງຕົວໄປສູນກັກກັນຫຼັກ 27 ເປັນທີ່ຮຽບຮ້ອຍ.

ເພື່ອໃຫ້ທຸກທ່ານເຂົ້າໃຈຢ່າງຖືກຕ້ອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍແຈ້ງຄຳເຫັນແນະນຳຂອງທ່ານຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໃນວັນທີ 04 ກຸມພາ 2021 ໃຫ້ພໍ່ແມ່ປະຊາຊົນ, ແຮງງານລາວທີ່ເປັນພົນລະເມືອງລາວຊາວນະຄອນຫຼວງວຽງຈັນ ຊາບວ່າ:


ຕໍ່ບຸກຄົນທີ່ເຂົ້າມາຕາມຊາຍແດນທີ່ບໍ່ຖືກຕ້ອງ ຫາກຈິງໃຈແຈ້ງເຈົ້າໜ້າທີ່ ແລະ ເຂົ້າຮ່ວມກັກກັນຫາເຊື້ອພະຍາດຈະບໍ່ເສຍຄ່າກວດກາຫາເຊື້ອ, ຄ່າທີ່ພັກ ແລະ ຄ່າອາຫານໃດໆ ໃນກຳນົດເວລາກັກຕົວ 14ວັນ.

ຕໍ່ບຸກຄົນທີ່ເຂົ້າມາບໍ່ຖືກຕ້ອງຕາມຊາຍແດນ ຫາກຫຼົບຫຼີກຈາກການກວດກາ, ການໄປກັກຕົວ ເມື່ອເຈົ້າໜ້າທີ່ຊອກຮູ້ ຈະນຳຕົວໄປກັກກັນກວດກາຫາເຊື້ອພະຍາດໃນກຳນົດເວລາ 14ວັນ, ຜູ້ທີ່ລະເມີດຈະຕ້ອງໄດ້ຮັບຜິດຊອບຈ່າຍຄືນຄ່າກວດກາຫາເຊື້ອດ້ວຍຕົນເອງມູນຄ່າ 1,200,000ກີບ/ຄັ້ງ, ຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກ ສະບັບເລກທີ 3439/ສທ, ລົງວັນທີ 22 ທັນວາ 2020 ແລະ ຈະຕ້ອງຈ່າຍຄ່າອາຫານ 50,000 ກີບ/ວັນ ໃນໄລຍະກັກຕົວ 14ວັນ.

.

ດັ່ງນັ້ນຂໍໃຫ້ທຸກທ່ານແຈ້ງໃຫ້ຍາດພີ່ນ້ອງຂອງຕົນທີ່ກຳລັງຈະກັບມາຮັບຊາບຂໍ້ມູນທີ່ຖືກຕ້ອງ.