ຈະຫລຸດພະນັກງານ 30% ສຳລັບສາຍການບິນລາຄາປະຢັດອັງກິດ
ຕາມຂໍ້ມູນຈາກ ອີຊີເຈັດ ສາຍການບິນ ລາຄາປະຢັດ ຂອງອັງກິດ ຈະປັບຫລຸດ ພະນັກງານລົງ 30% ຄິດເປັນ 4.500 ຕຳແໜ່ງ ແລະ ຫລຸດຈຳນວນການບິນ ເພື່ອໃຫ້ເໝາະສົມກັບ ຕະຫລາດ ການບິນ ຫລັງຈາກ ສະຖານະການ ແຜ່ລະບາດ ໂຄວິດ-19 ກັບເຂົ້າສູ່ ສະພາບ ປົກກະຕິ. ປັດຈຸບັນ ອີຊີເຈັດ ມີພະນັກງານ 15.000 ກວ່າຄົນ ໃນ 8 ປະເທດ ທົ່ວເອີຣົບ

ໂດຍຈະເລີ່ມປຶກສາຫາລື ກັບພະນັກງານ ໃນໄວໆນີ້ ແລະ ຈະຫລຸດຈຳນວນ ເຮືອບິນລົງເຫລືອ 302 ລຳ ຫລື 51% ຂອງທີ່ວາງແຜນໄວ້ວ່າ ຈະມີເຖິງ ທ້າຍປີໜ້າ ໄລຍະທີ່ເຫລືອ ຂອງປີນີ້ ຈະບິນໄດ້ພຽງ 30%ເທົ່ານັ້ນ ຂະນະດຽວກັນ ຈະເດີນໜ້າ ຫລຸດຄ່າໃຊ້ຈ່າຍ ດ້ວຍການເຈລະຈາ ກັບສະໜາມບິນ ແລະ ຜູ້ຈັດຫາອື່ນໆ ເພື່ອໃຫ້ໄດ້ ຂໍ້ຕົກລົງທີ່ດີ ສ່ວນການເຈລະຈາ ກັບຜູ້ໃຫ້ເຊົ່າ ເຮືອບິນ ທີ່ສົນໃຈ ຊື້ ຫລື ເຊົ່າເຮືອບິນຈາກ ອີຊີເຈັດ ກໍ່ຍັງຄົງດຳເນີນການຢູ່ ຄາດວ່າ ຈະໄດ້ເງິນ ຈາກສ່ວນນີ້ 500-650 ລ້ານປອນ. ອີຊີເຈັດ ກຽມເລີກຈ້າງ ຊ້າກວ່າ ແຕ່ຫລາຍກວ່າ ສາຍການບິນ ລາຄາປະຢັດ ຫລາຍແຫ່ງ ໄຣອັນແອ ສາຍການບິນ ລາຄາປະຢັດ ໃຫຍ່ທີ່ສຸດ ໃນເອີຣົບຂອງແອລາຍ ປະກາດ ຈະເລີກຈ້າງ ພະນັກງານ 15% ສ່ວນ ວິສແອ ສາຍການບິນ ລາຄາປະຢັດຂອງ ຮົງກາລີ ພວມເລີກຈ້າງ 19%ຂອງໄລຍະໂຄວິດ-19 ໄລຍະທີ່ ໄຣອັນແອ ບຣິຕີສ ແອເວ ແລະ ເວີຈິນ ແອດແລນຕິກ ປະກາດ ເມື່ອເດືອນກ່ອນວ່າ ຈະເລີກຈ້າງງານ ລວມທັງໝົດ 18.000 ຕຳແໜ່ງ. ອີຊີເຈັດ ພວມມີບັນຫາ ກ່ຽວກັບຜູ້ຖືຫຸ້ນ ໃຫຍ່ທີ່ສຸດ ຫາທາງປົດ ຜູ້ບໍລິຫານ ອາວຸໂສ ແລະ ບໍລິສັດ ຖືກແຮກເກີ ໂຈມຕີ ທາງອິນເຕີເນັດ(ໄຊເບີ).
ຮຽບຮຽງຂ່າວໂດຍ ສະໄຫວ