ຂະບວນແຮ່ພະພຸດຖະຮູບມາປະດິດສະຖານຢູ່ວັດຈອມແຈ້ງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ

ວັນທີ31ມັງກອນ2021 ນີ້ ພະສົງສຳມະເນນ ວັດຈອມແຈ້ງ, ອົງການຈັດຕັ້ງເຖົ້າແກ່ແນວໂຮມ,ບັນດາເຈົ້າພາບເຈົ້າສັດທາ ແລະ ປະຊາຊົນບ້ານລ້ອງແຈ້ງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໄດ້ຈັດຂະບວນ ແຮ່ພະພຸດທະຮູບຈຳນວນ6ອົງ ໃນນັ້ນມີພະທອງ1ອົງ,ພະສີມັງ5ອົງ ເພື່ອປະມາປະດິດສະຖານ ຢູ່ທີ່ອາຣາມວັດຈອມແຈ້ງຫຼັງໃໝ່ ແລະ ແຮ່ຍອດຊໍ່ຟ້າ ຈຳນວນ9ຍອດ ເພື່ອມາຕິດຕັ້ງໃສ່ຫຼັງຄາ ອາຣາມ ວັດດັ່ງກ່າວ ຢູ່ເທດສະບານເມືອງລ່ອງແຈ້ງ ຊື່ງນຳໜ້າພາທາງຈັດຂະບວນດັ່ງກ່າວນີ້ໂດຍ ຄູບາພີມພາ,ຄູບາດຳ ,ພະສົງສຳມະເນນ ຕະລອດຮອດເຈົ້າພາບເຈົ້າສັດທາ ຈາກການຈັດຕັ້ງເມືອງລ່ອງແຈ້ງ,ບ້ານລ່ອງແຈ້ງ, ເຖົ້າແກ່ແນວໂຮມ ຕະຫຼອດຮອດປະຊາຊົນຊາວບ້ານລ້ອງແຈ້ງເຂົ້າຮ່ວມເຮັດບຸນໃນຄັ້ງນີ້

ດ້ວຍຄວາມເຫຼືອມໃສ່ສັດທາ ແລະ ທັງເປັນການຫ້າງຫາກະກຽມສ້າງຕັ້ງບຸນສົມໂພດພະ,ຍົກຍອດຊໍ່ຟ້າ,ປ່ອນບີສີມ ຢູ່ວັດດັ່ງກ່າວ ທີ່ຈະໄດ້ຈັດຂື້ນໃນລະຫວ່າງວັນທີ3-7ກຸມພາ ນີ້ ກົງກັບມື້ແຮມ6ຄ່ຳ -ແຮມ10ຄ່ຳເດືອນ3 ທີ່ຈະມາຮອດມາເຖີງນີ້ ສະນັ້ນ ຈີ່ງຂໍຖືໂອກາດນີ້ແຈ້ງແຜ່ຂ່າວ ເຖີງຟາຍສັດທາຊາວພຸດທະສາສະໜາ ຜູ້ມີຈິດໃຈໃສສັດທາ ທັງຢູ່ໃກ້ ແລະໄກ ຮັບຮູ້ທົ່ວເຖີງກັນ ເຂົ້າຮ່ວມບຸນດັ່ງກ່າວໃນຄັ້ງນີ້ດ້ວຍ ເພື່ອເປັນການສົມທົບທຶນກໍ່ສ້າງອາຣາມຫຼັງໃໝ່ ຍັງບໍ່ທັນສຳເລັດ ໃຫ້ສຳເລັດ,ມີຄວາມງົດງາມ ແລະ ເພື່ອເປັນການອານຸລັກສືບທອດດ້ານວັດທະນາທຳຮີດຄອງປະເພນີອັນດີງາມຂອງຊາດ ທີ່ເຄີຍປະຕິບັດກັນມາແຕ່ດຶກດຳບັນ ໃຫ້ຍັງສືບຕໍ່ຕະຫຼອດໄປ.

.

.

.

ສາທຸ ສາທຸ ສາທຸ