ແຮງງານ ທີ່ຖືກປົດອອກຈາກວຽກ ຊ່ວງໂຄວິດ-19 ຫາກບໍ່ໄດ້ຮັບຄ່າຈ້າງ ໃຫ້ສະເໜີຕໍ່ພະແນກແຮງງານ

ໜັງສືພິມວຽງຈັນທາມ ລາຍງານ ເມື່ອວັນທີ 26 ພຶດສະພານີ້ວ່າ ຜູ້ປະກອບການ ຫຼື ນາຍຈ້າງມີພັນທະໃນການຈ່າຍຄ່າແຮງງານໃຫ້ລູກຈ້າງຂອງຕົນ ແລະ ບໍ່ສາມາດຕັດສິດຜົນປະໂຫຍດຂອງແຮງງານທາງດ້ານສະຫວັດດີການສັງຄົມ ສໍາລັບແຮງງານຜູ້ທີ່ຖືກໂຈະວຽກໃນລະຫວ່າງການລະບາດຂອງພະຍາດໂຄວິດ-19 ພາຍໃຕ້ນະໂຍບາຍແຮງງານປະຈຸບັນ.ຜູ້ອອກແຮງງານທີ່ຖືກປົດອອກຈາກວຽກຍ້ອນຜົນຂອງການລະບາດຂອງພະຍາດໂຄວິດ-19 ມີສິດທີ່ຈະໄດ້ຮັບເງິນເດືອນ

ແລະ ການຊ່ວຍເຫຼືອດ້ານສະຫວັດດີການສັງຄົມ ພາຍໃຕ້ນະໂຍບາຍດ້ານແຮງງານ ແລະ ກົດໝາຍແຮງງານ.ທ່ານ ພົງໄຊສັກ ອິນທາຣາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ ພາກສ່ວນກ່ຽວຂ້ອງຈະສືບຕໍ່ຊອກຫາວິທີຕ່າງໆ ເພື່ອຊ່ວຍເຫຼືອແຮງງານທີ່ຖືກປົດອອກຈາກວຽກຍ້ອນຜົນຂອງການລະບາດຂອງພະຍາດໂຄວິດ-19 ແລະ ຈະຕອບສະໜອງຄວາມຕ້ອງການອັນຮີບດ່ວນຂອງຜູ້ອອກແຮງງານ.

ທ່ານ ພົງໄຊສັກ ອິນທາຣາດ ກ່າວຕື່ມວ່າ ຖ້າຜູ້ປະກອບການມີການລະເມີດລະບຽບການ ແລະ ນະໂຍບາຍດ້ານແຮງງານຂອງລັດຖະບານໂດຍສະເພາະ ຜູ້ປະກອບການບໍ່ຈ່າຍເງິນເດືອນ ຫຼື ບໍ່ຈ່າຍຄ່າແຮງງານ, ຜູ້ອອກແຮງງານສາມາດຂໍຄວາມຊ່ວຍເຫຼືອຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມ ຂັ້ນແຂວງ ແລະ ເມືອງ, ພ້ອມທັງສູນກາງສະຫະພັນກຳມະບານລາວ. ພ້ອມດຽວກັນ ສິດທິຂອງຜູ້ອອກແຮງງານສາມາດໄດ້ຮັບການຊ່ວຍເຫຼືອໂດຍການເສີມສ້າງກົນໄກກົດໝາຍແຮງງານທີ່ຄວບຄຸມສະຖານະພາບຂອງເຂົາເຈົ້າ.

ນອກນີ້, ຫົວໜ້າກົມຄຸ້ມຄອງແຮງງານ ຍັງໄດ້ຮຽກຮ້ອງມາຍັງຫົວໜ່ວຍແຮງງານໃນທົ່ວປະເທດ ຢ່າສວາຍໂອກາດໃນໄລຍະທີ່ເກີດການລະບາດຂອງພະຍາດໂຄວິດ-19 ເປັນການຍົກເລີກສັນຍາແຮງງານແບບຖາວອນ ແລະ ບໍ່ຄວນຫຼົບຫຼີກການຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານ ເພາະເປັນການຜິດຕໍ່ນະໂຍບາຍແຮງງານທີ່ລັດຖະບານວາງອອກ.