ຊົມ​ເຊີຍໜຸ່ມ​ຄົນ​ນີ້ ຈາກເຄີຍຫລິ້ນກິນຟຸມເຟືອຍ,ເປສາວໄປວັນໆ ກາຍມາເປັນຄົນທີ່ຮູ້ຈັກຄິດ, ໃຊ້ເງິນຢ່າງເປັນລະບົບ ຫຼັງ​ເອົາ​ເມຍ

ຈາກ​ໂພ​ສຫຼາຍ​ປີ​ແລ້ວ ແຕ່​ປີ 2018  ແຕ່ຢາກ​ໃຫ້​ທຸກ​ຄົນ​ໄດ້​ອ່ານ ແລະ ປ່ຽນ​ຕົນ​ເອງ ບໍ່​ວ່າ​ຈະ​ຍິງຫຼື​ຊາຍ, ​ກ່ຽວ​ກັບ​ການ​ໃຊ້​ຊີ​ວິດ ການ​ປ່ຽນ​ແປງຫຼາຍໆ​ຢ່າງ ເພື່ອ​ຊີ​ວິດ​ທີ່​ດີ​ຂຶ້ນ ຈາກ​ຜູ້​ໃຊ້​ເຟດ​ບຸກ Souksakhone Vongsavanthong

ແຕ່ງເມຍມາດ້ວຍເງິນ 15 ລ້ານກີບ, ຄຳ 3ບາດ ເຮັດໃຫ້ຊີວິດຂ້ອຍປ່ຽນໄປ ຈາກທີ່ເຄີຍຫລິ້ນກິນຟຸມເຟືອຍ,ເປສາວໄປວັນໆ ກາຍມາເປັນຄົນທີ່ຮູ້ຈັກຄິດ ມີຄວາມຮັບຜິດຊອບ ໃຊ້ເງິນຢ່າງເປັນລະບົບ.

ຂ້ອຍກັບເມຍຮູ້ຈັກກັນບໍ່ຮອດ 2ເດືອນ(ຕະຫລອດ2ເດືອນໄປຫາທຸກມື້)ແຕ່ຮູ້ສຶກຖືກຊາຕາຍ້ອນວ່າເປັນຄົນບໍ່ເຄີຍຮຽກຮ້ອງຢາກໄດ້ຫຍັງນຳຂ້ອຍເລີຍ ແລະ ເປັນຄົນທີ່ບໍ່ໃຊ້ຂອງແບຼນເນມ ທັ້ງຕົວມີແຕ່ເຄື່ອງລາຄາຖືກ ,ເອົາໃຈເກັ່ງ,ແຕ່ງກິນເປັນ ຖືກໃຈສຸດໆ. ຈຶ່ງຕັດສິນໃຈແຕ່ງເລີຍ ແລະ ແຕ່ງມາກໍບໍ່ຜິດຫວັງ ເປັນຄົນງາມທີ່ສຸດທີ່ຂ້ອຍເຄີຍຄົບຜູ້ຍິງມາ ເປັນແມ່ເຮືອນທີ່ດີ ເປັນກຳລັງໃຈໃຫ້ຜົວຫາເງິນມາຕະຫລອດ,,,

ຂ້ອຍສອນເມຍໃຫ້ໃຊ້ຊີວິດຕິດດິນຢູ່ຕະຫລອດ ຖ້າເຮົາມາຢູ່ຈຸດທີ່ສູງພໍ ໃຊ້ຂອງຖືກໆ ຄົນອື່ນກໍເບິ່ງວ່າເປັນຂອງແພງ.

ສູ້ຊົນມານຳກັນຈົນມີຄົບທຸກຢ່າງໃນຊີວິດທີ່ຫາມາດ້ວຍເຫື່ອແຮງແລະຄວາມສາມາດຂອງພວກເຮົາເອງ , ແລະ ມີລູກໆທີ່ໜ້າຮັກ2ຄົນທີ່ເຮັດໃຫ້ຂ້ອຍຫາຍເມື່ອຍຈາກວຽກທຸກຄັ້ງທີ່ໄດ້ຢອກພວກເຂົາ.

ຊົມ​ເຊີຍ​ເດີ້ ເລີ່ມ​ໄວ, ຄິດ​ໄດ້​ໄວ ມີ​ຄູ່​ຄິດ ຄູ່​ຫາ ຄູ່​ຄອງ​ທີ່​ດີ ກໍ​ຈະ​ມີ​​ທຸກ​ຢ່າງໄວ ແລະ ມີ​ຄວາມ​ສຸກ​ໄວ ດີ​ໃຈ​ນຳ ຮັກ​ກັນ​ດົນໆ​ເດີ້